ຂ່າວສານ

ປີ 2022 ແມ່ນປີ “ສາມັກຄີ ມີລະບຽບວິໄນ, ເປັນເຈົ້າການປັບຕົວຢ່າງປອດໄພ ແລະ ມີປະສິດທິຜົນ, ຟື້ນຟູພັດທະນາ”

      ຕອນເຊົ້າວັນທີ 05 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງ ລັດຖະບານ ແລະ ທ້ອງຖິ່ນຕ່າງໆສະຫຼຸບວຽກງານປີ 2021; ຜັນຂະຫຍາຍບົດສະຫຼຸບຂອງສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມປີ 2022.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)
      ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ທີ່ມີສຳນັກງານລັດຖະບານ ມີທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ; ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້. ກອງປະຊຸມໄດ້ເຊື່ອມຕໍ່ກັບ 63 ແຂວງ, ນະຄອນ. ຢູ່ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີບົດກ່າວປາໄສຊີ້ນຳ, ກຳນົດທິດວຽກງານຊີ້ນຳ, ບໍລິຫານ, ກໍຄື ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022 ຂອງ ລັດຖະ ບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຜູ້ແທນສຸມໃສ່ວິໄຈ, ຕີລາຄາໝາກຜົນປະຕິບັດໜ້າທີ່ການເມືອງປີ 2021, ຢືນຢັນບັນດາຈຸດດີ ແລະ ຍົກອອກຈຸດອ່ອນ, ຂໍ້ຈຳກັດ ແລະ ສາຍເຫດຢ່າງກົງໄປກົງມາ. ພ້ອມທັງສະເໜີບັນດາມາດຕະການແກ້ໄຂ, ປຶກສາຫາລືຢ່າງລະອຽດ ແລະ ເປັນເອກະພາບຕໍ່ເປົ້າໝາຍ, ໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດໜ້າທີ່ການເມືອງສຳຄັນ ໂດຍພັກ, ລັດ, ປະຊາຊົນມອບໝາຍໃຫ້, ເປັນຕົ້ນແມ່ນ ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2022 ໃນເງື່ອນໄຂຫຍຸ້ງຍາກ ແລະ ສິ່ງທ້າທາຍ.
      ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ປີ 2022 ແມ່ນປີມີຄວາມໝາຍສຳຄັນໃນການຈັດຕັ້ງປະຕິບັດບັນດາ ເປົ້າໝາຍ ຂອງແຜນການ 5 ປີ 2021 – 2025,   ລັດຖະບານໄດ້ຫັນເປັນລະອຽດເພື່ອຈັດຕັ້ງປະຕິບັດບັນດາເປົ້າໝາຍ ແລະ ໜ້າທີ່ລະອຽດໃນປີ 2022. ດ້ວຍຫົວຂໍ້ “ສາມັກຄີ ມີລະບຽບວິໄນ, ເປັນເຈົ້າການປັບຕົວຢ່າງປອດໄພ ແລະ ມີປະສິດທິຜົນ, ຟື້ນຟູພັດທະນາ”. ທ່ານນາຍົກລັດຖະມົນຕີສະເໜີໃຫ້ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ຫັນຕະຫຼາດສົ່ງອອກໃຫ້ຫຼາກຫຼາຍ;ເລັ່ງລັດ ຄວາມຄືບໜ້າຂອງໂຄງການໂຄງລ່າງພື້ນຖານ; ຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່… ຄຽງຄູ່ກັບນັ້ນ, ຜັນຂະຫຍາຍບັນດາມາດຕະການ ເພື່ອຫັນບັນດາຄຳໝັ້ນສັນຍາຂອງຫວຽດນາມ ທີ່ກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP 26) ໃຫ້ປາກົດຜົນເປັນຈິງ
     ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໃຫ້ຮູ້ວ່າ: ລັດຖະບານຈະສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ,  ສ້າງກົງຈັກ ແລະ ຈັດຕັ້ງປະຕິບັດກົດໝາຍ, ກຳແໜ້ນສະພາບການ ແກ້ໄຂທຸກກໍລະນີຢ່າງທັນການ ແລະ ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ແລະ ກະທັນຫັນ ຕໍ່ຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ; ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຜັນຂະຫຍາຍປະຕິບັດວຽກງານປົກປ້ອງ ພົນລະເມືອງຢ່າງມີປະສິດທິຜົນ. 
(ແຫຼ່ງຄັດຈາກ VOV)


top