ຂ່າວສານ

ປີ 2022, ເສດຖະກິດ ຫວຽດນາມ ເລີ່ມຕົ້ນດ້ວຍຄວາມສະດວກດີ

ລະດັບການເຕີບໂຕຂອງການສົ່ງອອກໃນເດືອນຕົ້ນປີ 2022 ແມ່ນບັນລຸ 1,6%.

(ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ໃນບົດລາຍງານຫຼ້າສຸດ ທີ່ ທະນາຄານ HSBC ປະກາດຫວ່າງມໍ່ໆມານີ້ ໃຫ້ຮູ້ວ່າ ເສດຖະກິດ ຫວຽດນາມ 2022 ມີການເລີ່ມຕົ້ນ ດ້ວຍບາດກ້າວເດີນທີ່ໝັ້ນແກ່ນ ເຊິ່ງໄດ້ຊີ້ໃຫ້ເຫັນໃນຕົວເລກສະຖິຕິຂອງເດືອນມັງກອນ. ທະນາຄານ HSBC ໃຫ້ຂໍ້ສັງເກດວ່າ ເລື່ອງບັນດາຜູ້ວາງນະໂຍບາຍຂອງ ຫວຽດນາມ ຢຶດໝັ້ນປະຕິບັດຕາມຍຸດທະສາດ “ດຳລົງຊີວິດຮ່ວມກັບເຊື້ອໄວຣັດ” ໄດ້ເຮັດໃຫ້ການບໍລິໂພກເພີ່ມຂຶ້ນຄືນໃໝ່, ຊ່ວຍໃຫ້ສະພາບການບໍລິໂພກພາຍໃນປະເທດມີສັນຍານເປັນໜ້າຊື່ນຊົມ. ລະອຽດ, ພາຍຫຼັງທີ່ຫຼຸດລົງເກືອບ 4% ໃນປີ  2021 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລາຍຮັບຂາຍຍ່ອຍໄດ້ເພີ່ມຂຶ້ນ 1,3% ໃນເດືອນ ມັງກອນ 2022 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

HSBC ກໍຕີລາຄາກຳລັງໜູນເຕີບໂຕຫຼັກໆຂອງ ຫວຽດນາມ ແມ່ນການຜະລິດ ໄດ້ເລີ່ມມີການຟື້ນຟູຢ່າງແຂງແຮງ ເມື່ອສະພາບການຂາດແຄນແຮງງານສືບຕໍ່ໄດ້ຮັບການປົວແປງ. ໃນນັ້ນ, ລະດັບການເຕີບໂຕຂອງການສົ່ງອອກໃນເດືອນຕົ້ນປີ 2022 ແມ່ນບັນລຸ  1,6%.

ນອກຈາກນັ້ນ, ດັດຊະນີບໍລິຫານການເກັບຊື້ (PMI) ເພີ່ມຂຶ້ນລະດັບສູງສຸດໃນຮອບເວລາ 9 ເດືອນຜ່ານມາ ໄດ້ຊີ້ໃຫ້ເຫັນສັນຍານປະລິມານການຜະລິດອຸດສາຫະກຳໄດ້ເພີ່ມຂຶ້ນຄືນໃໝ່ຢ່າງແຮງ. 

(ແຫຼ່ງຄັດຈາກ VOV)


top