ຂ່າວສານ

ປີ 2022, ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ

ປອ Angela Pratt ຍັງໃຫ້ຮູ້ຕື່ມອີກວ່າ: ເຖິງວ່າໂລກລະບາດໂຄວິດ - 19 ຍັງມີຢູ່ ຫວຽດນາມ ກໍ່ຕາມ, ແຕ່ຄົນເຈັບຍ້ອນຕິດໂຄວິດເຂົ້າມາບັນດາໂຮງໝໍແມ່ນຈຳນວນໜ້ອຍ
ພາບປະກອບ
ປີ 2022, ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແລະ ປະຕິບັດການພັດທະນາເສດຖະກິດ, ສັງຄົມ ກັບ ການຮັກສາສຸຂະພາບຂອງປະຊາຊົນຢ່າງກົມກຽວ - ນີ້ແມ່ນຄຳຢັ້ງຢືນຂອງ ປອ Angela Pratt, ຫົວໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃນວັນທີ 6 ມັງກອນ. ປອ Angela Pratt ຍັງໃຫ້ຮູ້ຕື່ມອີກວ່າ: ເຖິງວ່າໂລກລະບາດໂຄວິດ - 19 ຍັງມີຢູ່ ຫວຽດນາມ ກໍ່ຕາມ, ແຕ່ຄົນເຈັບຍ້ອນຕິດໂຄວິດເຂົ້າມາບັນດາໂຮງໝໍແມ່ນຈຳນວນໜ້ອຍ ແລະ ການບໍລິການດ້ານສາທາລະນະສຸກຮັບປະກັນຄວາມສາມາດແກ້ໄຂໄດ້. ກະຊວງສາທາລະນະສຸກ ຫວຽດນາມ ພ້ອມກັບບັນດາອົງການກ່ຽວຂ້ອງໄດ້ເພີ່ມທະວີການຕິດຕາມກວດກາຢູ່ດ່ານຊາຍແດນ, ບັນດາຮາກຖານການແພດ ແລະ ໃນວົງຄະນະຍາດຊຸມຊົນ, ພ້ອມທັງເພີ່ມທະວີການວິໄຈ, ວິເຄາະເພື່ອພົບເຫັນສາຍພັນໃໝ່. ທັງໝົດນີ້ລ້ວນແຕ່ແມ່ນມາດຕະການທີ່ລະມັດລະວັງ. ປອ Angela Pratt ກໍ່ເນັ້ນໜັກ: ປະຊາຊົນ ຫວຽດນາມ ແຕ່ລະຄົນຄວນສັກວັກຊິນກັນໂຄວິດ -19 ໃຫ້ຄົບຕາມຈຳນວນ, ພິເສດແມ່ນສຳລັບບັນດາກຸ່ມມີຄວາມສ່ຽງສູງ.

top