ຂ່າວສານ

ປີ 2022, ຫວຽດນາມ ດຶງດູດທຶນ FDI ເກືອບ 27,72 ຕື້ USD

ໄລ່ຮອດວັນທີ 20 ທັນວາ, ຄາດວ່າບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ປ່ອຍເງິນໄດ້ປະມານເກືອບ 22,4 ຕື້ USD.
  ພາບປະກອບ: TTXVN  

ຕາມແຫຼ່ງຂ່າວຈາກກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ທັນວາ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ຊື້ຫຸ້ນສ່ວນ, ຊື້ສົມທົບທຶນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ບັນລຸເກືອບ 27,72 ຕື້ USD, ເທົ່າກັບ 89% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ເຖິງວ່າແຫຼ່ງທຶນຈົດທະບຽນໃໝ່ຫຼຸດລົງກໍ່ຕາມ ແຕ່ຈຳນວນໂຄງການລົງທຶນໃໝ່ໄດ້ເພີ່ມຂຶ້ນ, ເງິນລົງທຶນດັດປັບກໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນ.

ໃນຈຳນວນ 108 ປະເທດ ແລະ ເຂດແຄວ້ນລົງທຶນຢູ່ ຫວຽດນາມ ໃນປີ 2022, ສິງກະໂປ ນຳໜ້າດ້ວຍຍອດເງົນລົງທຶນເກືອບ 6,46 ຕື້ USD; ສ.ເກົາຫຼີ ຢືນອັນດັບທີ 2 ແລະ ຍີ່ປຸ່ນ ຢືນອັນດັບທີ 3.

ກໍ່ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ໄລ່ຮອດວັນທີ 20 ທັນວາ, ຄາດວ່າບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ປ່ອຍເງິນໄດ້ປະມານເກືອບ 22,4 ຕື້ USD, ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

 


top