ຂ່າວສານ

ປີ 2022, ທົ່ວ​ປະ​ເທດ​ສູ້​ຊົນ​ຂົນ​ຂວາຍກ​ານ​ບໍ​ລິ​ຈາກ​ເລືອດໃຫ້​ໄດ້ 1,5 ລ້ານ​ຖົງ

ປີ 2022, ທົ່ວປະເທດສູ້ຊົນຂົນຂວາຍການບໍລິຈາກເລືອດໃຫ້ໄດ້ 1,5 ລ້ານຖົງ, ເທົ່າກັບ 1,5% ຈຳນວນປະຊາກອນເຂົ້າຮ່ວມການບໍລິຈາກເລືອດ. ຂໍ້ມູນດັ່ງກ່າວ ໂດຍຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍການບໍລິຈາກເລືອດ ໄດ້ຍົກອອກມາໃນກອງປະຊຸມສະຫຼຸບວຽກງານຂົນຂວາຍການເຂົ້າຮ່ວມບໍລິຈາກເລືອດ ປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ເຊິ່ງດຳເນີນໃນວັນທີ 14 ມັງກອນ.
ການບໍລິຈາກເລືອດມະນຸດສະທຳ (ພາບ: PV/Vietnam+)

ເພື່ອບັນລຸໄດ້ເປົ້າໝາຍ ແລະ ຄາດໝາຍທີ່ໄດ້ວາງອອກນັ້ນ, ທ່ານຮອງປະທານສູນກາງສະພາກາແດງ ຫວຽດນາມ ເຈິ່ນກວັກຮຸ່ງ ສະເໜີໃຫ້ສະພາກາແດງ ຫວຽດນາມ, ຄະນະຊີ້ນຳ, ຈົ່ງເປັນເຈົ້າການໃນການເປັນເສນາທິການໃຫ້ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເອົາໃຈໃສ່ເຖິງການຊີ້ນຳ, ນຳພາວຽກງານຂົນຂວາຍເຂົ້າຮ່ວມການບໍລິຈາກເລືອດ ເພື່ອຂະບວນການພັດທະນາແບບຍືນຍົງ. ກ່ອນອື່ນໝົດແມ່ນຜັນຂະຫຍາຍລາຍການ “ວັນບຸນບໍລິຈາກເລືອດລະດູບານໃໝ່” ປີ 2022 ໃຫ້ເປັນຢ່າງດີ. 

        “ຜັນຂະຫຍາຍບັນດາການເຄື່ອນໄຫວຂົນຂວາຍເຂົ້າຮ່ວມການບໍລິຈາກເລືອດ, ສະພາກາແດງ ຫວຽດນາມ ໄດ້ຊີ້ນຳແຂວງ, ນະຄອນ, ສະມາຄົມຕ່າງໆປະຕິຍັດແຜນການຜັນຂະຫຍາຍ ວັນບຸນບໍລິຈາກເລືອດລະດູບານໃໝ່ ແລະ ບໍລິຈາກເລືອດ ເພື່ອຮັບປະກັນປະລິມານເລືອດຮັບໃຊ້ການປິ່ນປົວສຸກເສີນໃຫ້ແກ່ຄົນເຈັບໃນຍາມບຸນເຕັດ. ໃນສະພາບການໂລກລະບາດໂຄວິດ - 19, ຈົ່ງມີການປ່ຽນແປງໃໝ່ຢ່າງມີໄຫວພິບ, ຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດ.”

(ແຫຼ່ງຄັດຈາກ VOV)


top