ຂ່າວສານ

ປີ 2021 ແມ່ນ​ປີ​ທຳ​ອິດ ​ທີ່ ຫວຽດ​ນາມ ນອນ​ໃນ​ກຸ່ມ 20 ປະ​ເທດ​ດຶງ​ດູດ FDI ແຖວ​ໜ້າ​ໂລກ

ໃນຊຸມວັນຜ່ານມາ, ມີໜັງສີພິມ ແລະ ສື່ເອເລັກໂຕນິກສາກົນລ້ວນແຕ່ຍົກອອກຂໍ້ສັງເກດລວມນັ້ນແມ່ນ ການດຶງດູດເງິນລົງທຶນຈາກຕ່າງປະເທດແມ່ນຈຸດທີ່ພົ້ນເດັ່ນຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2021.
(ພາບປະກອບ:  MPI)

ຕາມບົດລາຍງານການລົງທຶນໂລກ ປີ 2021 ຂອງກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ແລ້ວ, ປີ 2021 ແມ່ນປີທຳອິດ ທີ່ ຫວຽດນາມ ນອນໃນກຸ່ມ 20 ປະເທດດຶງດູດ FDI ແຖວໜ້າໂລກ.

        ບໍ່ພຽງແຕ່ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດເທົ່ານັ້ນ, ປີ 2021 ຫວຽດນາມ ຍັງໄດ້ຮັບການຮັບຮູ້ວ່າ ແມ່ນປະເທດທີ່ມີຄວາມດູດດື່ມໃນຂົງເຂດລົງທຶນທາງອ້ອມອີກດ້ວຍ. ໃນເວັບໄຊລົງເລິກກ່ຽວກັບການວິໄຈຕະຫຼາດ, ໃບຫຸ້ນ, ຫຼັກຊັບ ແລະ ບັນດາການເຄື່ອນໄຫວລົງທຶນ Seeking Alpha ຖືວ່າ ຕະຫຼາດຫຼັກຊັບ ຫວຽດນາມ ໃນ ປີ 2021 ແມ່ນ ປີທີ່ປະສົບຜົນສຳເລັດ. ດ້ວຍອັດຕາເພີ່ມຂຶ້ນ 35% ໃນປີ 2021, VN – Index ນອນໃນກຸ່ມ 10 ຕະຫຼາດເຄື່ອນໄຫວດີທີ່ສຸດໃນໂລກ ຍ້ອນຕະຫຼາດລົງທຶນຢູ່ ຫວຽດນາມ ຍັງໝັ້ນຄົງ ແລະ ໄດ້ຮັບການໜູນຊ່ວຍຈາກຫຼາຍບໍລິສັດໄດ້ຫັນປ່ຽນລະບົບສະໜອງ ແລະ ການຜະລິດມາຕັ້ງຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top