ຂ່າວສານ

ປີ 2021, ວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ

      ບັນດາສັນຍາການຄ້າເສລີ, ໄດ້ສ້າງຄວາມຫວັງວ່າ ຈະສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ
(ພາບປະກອບ: TTXVN)
      ຕັດຫຍິບ ຍ້ອນຕ້ອງອີງໃສ່ສະພາບການຈາກໂລກລະບາດ ແລະ ມີຫຼາຍຈຸດໃໝ່ຂອງລະບົບສະໜອງໄດ້ຮັບການສ້າງຕັ້ງ, ແຕ່ຂະແໜງຕ່ຳແຜ່ນຕັດຫຍິນຫວຽດນາມ        ຍັງວາງອອກຄາດວ່າສົ່ງອອກບັນລຸ 39 ຕື້ USD. ທ່ານ ຫວູດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ຖືວ່າ.
        “ເພື່ອບັນລຸຜົນສຳເລັດ ແລະ ຄວາມຍືນຍົງຂອງຂະແໜງຕ່ຳແຜ່ນຕັດຫຍິບນັ້ນ, ກົນໄກ, ນະໂຍບາຍຕ້ອງສະດວກສະບາຍຢ່າງແທ້ຈິງ, ເຮັດແນວໃດເພື່ອໃຫ້ຂະແໜງຕ່ຳແຜ່ນຕັດຫຍິບຕ້ອງແມ່ນຂະແໜງປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດຢ່າງມີສະຖຽນລະພາບ, ພິເສດແມ່ນແກ້ໄຂບັນຫາວຽກເຮັດງານທຳໃຫ້ແກ່ສັງຄົມ”.
        ຕາມທ່ານ ຫວູດຶກຢາງ ແລ້ວ, ບັນດາສັນຍາການຄ້າເສລີ, ພິເສດແມ່ນສັນຍາການຄ້າເສລີລະຫວ່າງຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັດສິດນັບແຕ່ເດືອນ ສິງຫາ 2020 ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP - ເຊິ່ງໄດ້ຮັບການລົງນາມເມື່ອເດືອນ ພະຈິກ 2020) ໄດ້ສ້າງຄວາມຫວັງວ່າ ຈະສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ, ຕັ້ງໜ້າໜູນຊ່ວຍໃຫ້ແກ່ການຜະລິດ, ດຳເນີນທຸລະກິດ.
(ແຫຼ່ງຄັດຈາກ VOV)


top