ຂ່າວສານ

ປີ 2021, ດຶງ​ດຸດ FDI ເພີ່​ມ 9%, ກາຍລະ​ດັບ 31 ຕື້ USD

ໄລຮອດຈຸດເວລານີ້, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນ 18 ໃນ 21 ຂະແໜງການເສດຖະກິດແຫ່ງຊາດ; ໃນນັ້ນ, ຂະແໜງການອຸດສາຫະກຳການຜະລິດ, ປະດິດສ້າງໄດ້ມີເງິນລົງທຶນຫຼາຍທີ່ສຸດດ້ວຍຍອດຈຳນວນເງິນບັນລຸກວ່າ 18 ຕື້ USD.
ພາບປະກອບ: VOV

ໄລຮອດວັນທີ 20 ທັນວາ, ຍອດຈຳນວນເງິນລົງທຶນລົງທະບຽນໃໝ່, ປັບປຸງ ແລະ ເງິນລົງທຶນຊື້ຫຸ້ນສ່ວນ ຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ບັນລຸກວ່າ 31 ຕື້ USD, ເພີ່ມ 9,2 % ທຽບໃສ່ໄລຍະດຽວກັນຂອງປີ 2020… ໃນນັ້ນ, ທັງຈຳນວນເງິນລົງທຶນໃໝ່ ແລະ ເງິນລົງທຶນປັບປຸງ ລ້ວມແຕ່ເພີ່ມຂຶ້ນ. ລະອຽດ, ມີ 1.738 ໂຄງການໃໝ່ໄດ້ຮັບໃບຢັ້ງຢືນລົງທະບຽນການລົງທຶນ, ດ້ວຍຍອດຈຳນວນເງິນລົງທຶນລົງທະບຽນບັນລຸກວ່າ 15 ຕື້ USD; 985 ໂຄງການໄດ້ລົງທະບຽນປັບປຸງໃໝ່ເງິນລົງທຶນ ດ້ວຍຍອດຈຳນວນເງິນລົງທຶນເພີ່ມບັນລຸກວ່າ 9 USD.

ໄລຮອດຈຸດເວລານີ້, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນ 18 ໃນ 21 ຂະແໜງການເສດຖະກິດແຫ່ງຊາດ; ໃນນັ້ນ, ຂະແໜງການອຸດສາຫະກຳການຜະລິດ, ປະດິດສ້າງໄດ້ມີເງິນລົງທຶນຫຼາຍທີ່ສຸດດ້ວຍຍອດຈຳນວນເງິນບັນລຸກວ່າ 18 ຕື້ USD. ປະຈຸບັນ, ມີ 106 ປະເທດ ແລະ ເຂດແຄ້ວນ ໄດ້ລົງທຶນຢູ່ ຫວຽດນາມ ໃນປີ 2021.

(ແຫຼ່ງຄັດຈາກ VOV)


top