ຂ່າວສານ

ປີ 2020 ແມ່ນປີຫຼັກແຫຼ່ງໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ສ້າງຊົນນະບົດໃໝ່

      -   ວັນທີ 11 ມິຖຸນາ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ເປັນປະທານກອງປະຊຸມປະເມີນໝາກຜົນຂອງການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໃນໄລຍະທີ່ຜ່ານມາ, ທິດທາງ, ໜ້າທີ່ປະຕິບັດໝົດປີ 2020, ກຳນົດທິດໄລຍະ 2021 – 2025.

ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 
      ທີ່ກອງປະຊຸມ, ທ່ານ ຈິ້ງດິ່ງຢຸງ ເນັ້ນໜັກວ່າ ປີ 2020 ແມ່ນປີຫຼັກແຫຼ່ງໃນການປະຕິບັດ ໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່, ເພື່ອປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ຍັງເຫຼືອຂອງໄລຍະປີ 2016 – 2020 ຕາມທິດຍົກສູງຄຸນນະພາບ, ນັບມື້ນັບກ້າວເຂົ້າສູ່ລວງເລິກ. ໃນນັ້ນ, ບັນດາກະຊວງ, ຂະແໜງການຂຶ້ນສູນກາງຕ້ອງສຸມໃສ່ຊີ້ນຳ, ເລັ່ງລັດບັນດາທ້ອງຖິ່ນຕາມບໍລິເວນທີ່ໄດ້ແບ່ງໜ້າທີ່ວຽກງານຍູ້ໄວຄວາມຄືບໜ້າໃນການປະຕິບັດ, ເພື່ອສູ້ຊົນປະຕິບັດ ບັນດາເປົ້າໝາຍທີ່ຍັງເຫຼືອຂອງໂຄງການໃຫ້ສຳເລັດໃນປີ 2020.
 (ແຫຼ່ງຄັດຈາກ VOV)


top