ຂ່າວສານ

ປີ 2019 ແມ່ນປີເພື່ອໃຫ້ຂະແໜງແຮງງານ,ທະຫານເສຍອົງຄະ,ສັງຄົມສ້າງບາດກ້າວບຸກທະລຸ

      ປີ 2019, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສູ້ຊົນປະຕິບັດບັນດາຄາດໝາຍໃຫ້ສຳເລັດ, ໂດຍສະເພາະແມ່ນບັນດາຄາດໝາຍເຊິ່ງສະພາແຫ່ງຊາ, ລັດຖະບານມອບໝາຍໃຫ້ຄື: ອັດຕາຜູ້ຫວ່າງງານຢູ່ເຂດຕົວເມືອງຕ່ຳກວ່າ 4%; ອັດຕາຄອບຄົວທຸກຍາກຕາມມາດຕະຖານທຸກຍາກຫຼາຍສົ້ນຫຼຸດລົງແຕ່ 1 – 1,5%...

(ທ່ານ ຢວ້ານເມົ້າຢ້ຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ)
      ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂໃນການພັດທະນາຕະຫຼາດແຮງງານ, ເອົາໃຈໃສ່ເຖິງການຊີ້ແນະວິຊາຊີບ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການໃນທົ່ວປະເທດ, ພາກພື້ນ ແລະ ຕິດພັນກັບຕະຫຼາດແຮງງານສາກົນ… ທ່ານ ຢວ້ານເມົ້າຢ້ຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ.
        “ປີ 2019 ແມ່ນປີສ້າງບາດກ້າວບຸກທະລຸເພື່ອປະຕິບັດສຳເລັດບັນດາຄາດໝາຍ, ໜ້າທີ່ແຜນການໄລຍະ 5 ປີໃນຂົງເຂດແຮງງານ - ຜູ້ມີຄຸນງາມຄວາມດີຕໍ່ສັງຄົມ. ຄາດໝາຍຂອງປີ 2019 ແມ່ນສືບຕໍ່ກໍ່ສ້າງ, ພັດທະນາຕະຫຼາດແຮງງານຢ່າງຄົບຊຸດ ເພື່ອແນໃສ່ລະດົມ ແລະ ນຳໃຊ້ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ; ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການສຶກສາວິຊາຊີບ, ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ, ສັງຄົມ…”
 (ແຫຼ່ງຄັດຈາກ VOV)


top