ຂ່າວສານ

ປີ 2019: ສ້າງບາດກ້າວບຸກທະລຸເພື່ອພັດທະນາ

      ຫວຽດນາມ ສິ້ນສຸດປີ 2018 ດ້ວຍບັນດາໝາກຜົນທີ່ໜ້າປະທັບໃຈ ໃນການພັດທະນາເສດຖະກິດ, ສັງຄົມ. ໂດຍອີງໃສ່ທ່າສະດວກນັ້ນ, ນັບແຕ່ຊຸມມື້ຕົ້ນປີ 2019, ລັດຖະບານຫວຽດນາມ ໄດ້ຍົກໃຫ້ເຫັນຄວາມຕັດສິນໃຈເພື່ອປະຕິບັດສຳເລັດເປົ້າໝາຍຂອງທັງປີ.

(ພາບປະກອບ) 
       ປີ 2019 ແມ່ນປີສຳຄັນເພື່ອສ້າງບາດກ້າວບຸກທະລຸໃຫ້ທັງໄລຍະ 2016 – 2020, ນີ້ກໍ່ແມ່ນປີສຳຄັນເພື່ອສ້າງບາດກ້າວບຸກທະລຸເພື່ອບັນລຸເປົ້າໝາຍໄລຍະຍາວ. ເພື່ອບັນລຸໄດ້ບັນດາເປົ້າໝາຍໄລຍະຍາວນັ້ນ, ຮຽກຮ້ອງໃຫ້ລັດຖະບານຕ້ອງມີຄວາມມຸ່ງມາດປາດຖະໜາ ແລະ ເປັນເຈົ້າການນັບແຕ່ມື້ນີ້. ຍາມໃດທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ່ເນັ້ນໜັກວ່າ ຕ້ອງມານະພະຍາຍາມນັບແຕ່ບາດກ້າວໃນໄລຍະສັ້ນ.
ສ້າງບາດກ້າວບຸກທະລຸດ້ານນະໂຍບາຍ      ຈິດໃຈບຸກທະລຸກ່ອນອື່ນໝົດແມ່ນສະແດງອອກຜ່ານຄວາມຕັດສິນໃຈຫັນບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມປີ 2019 ໃຫ້ປະກົດຜົນເປັນຈິງ, ລັດຖະບານໄດ້ປະກາດໃຊ້ມະຕິສຳຄັນ 2 ສະບັບ, ມີຄວາມໝາຍກຸນແຈໃນການປະຕິບັດສຳເລັດແຜນການທີ່ໄດ້ວາງອອກ. ນັ້ນແມ່ນມະຕິເລກທີ 01 ກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມປີ 2019 ແລະ ມະຕິເລກທີ 02 ກ່ຽວກັບເລື່ອງສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂຕົ້ນຕໍ່ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຂ່ງຂັນແຫ່ງຊາດ. ເອກະສານນິຕິກຳທັງ 2 ສະບັບດັ່ງກ່າວ ລ້ວນແຕ່ເລີ່ມມີຜົນສັກສິດນັບແຕ່ມື້ທຳອິດຂອງປີ 2019. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຄະນະລັດຖະບານ ແລະ ນາຍົກລັດຖະມົນຕີ ຕັດສິນໃຈວ່າ ໃນປີ 2019 ເລື່ອງສ້າງບາດກ້າວບຸກທະລຸຕ້ອງມີຄຸນນະພາບ. ເມື່ອເຕື້ອງເຖິງມະຕິເລກທີ 01/2019, ເອກະສານສະບັບນີ້ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເນື້ອໃນ “ບຸກທະລຸ” ກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍ, ພິເສດແມ່ນການປະຕິຮູບລະບຽບການບໍລິຫານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ.
        “ມະຕິແມ່ນເພື່ອສ້າງການຫັນປ່ຽນຢ່າງແທ້ຈິງກວ່າ ໃນການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ກ່ຽວກັບຮູບແບບການເຕີບໂຕ; ຍູ້ແຮງການປ່ຽນແປງໃໝ່ ປະດິດຄິດສ້າງ, ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີກ້າວໜ້າ ແລະ ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນ”.
        ດ້ວຍຈິດໃຈບຸກທະລຸໃນປີ 2019, ກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0 ແລະ ກຽມພ້ອມໃຫ້ແກ່ພື້ນຖານການຜະລິດໃນອະນາຄົດ, ມະຕິເລກທີ 02/2019 ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ໂດຍອີງໃສ່ 7 ຊຸດດັດຊະນີຈັດອັນດັບຂອງບັນດາອົງການຈັດຕັ້ງສາກົນ, ມີເປົ້າໝາຍສູ້ຊົນຢ່າງລະອຽດໃຫ້ແກ່ປີ 2019 ແລະ ປີ 2021. ທ່ານ ຫງວຽນດິ່ງກຸງ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຄຸ້ມຄອງເສດຖະກິດສູນກາງ, ຕີລາຄາວ່າ.
        “ເນື້ອແທ້ຂອງມະຕິເລກທີ 02 ແມ່ນການນຳໃຊ້ວິທີຈັດອັນດັບຂອງສາກົນ ກ່ຽວກັບຫວຽດນາມ ແລະ ຖືການຈັດອັນດັບນັ້ນເປັນໄມ້ວັດເພື່ອມີການບຽບທຽບຄວາມກ້າວໜ້າ ແລະ ບັນດາໝາກຜົນທີ່ບັນລຸໄດ້ຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ ພ້ອມທັງເພື່ອຊອກຫາມາດຕະການແກ້ໄຂ. 4 ຂົງເຂດເຊິ່ງລັດຖະບານໄດ້ຄັດເລືອກເພື່ອໃຫ້ບຸລິມະສິດໃນການຊີ້ນຳຢ່າງຂ້ຽວຂາດ, ໃນນັ້ນສືບຕໍ່ຍົກເລີກ, ຫັນບັນດາເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍຢ່າງແທດຈິງ; ຫຼຸດຜ່ອນຈຳນວນງວດສິນຄ້າທີ່ຕ້ອງກວດສະເພາະຂະແໜງກ່ອນທີ່ເຮັດລະບຽບການພາສີ; ເພີ່ມທະວີການຊ້ຳລະໂດຍບໍ່ຕ້ອງໃຊ້ເງິນສົດ ແລະ ສະໜອງການບໍລິການສາທາລະນະລະດັບ 4. ທັງເຮັດໃຫ້ການຄຸ້ມຄອງໂປ່ງໄສ, ຮັດແຄບໂອກາດພາໄປເຖິງເກີດການສໍ້ຫຼາດບັງຫຼວງ”.
        ນອກຈາກມະຕິເລກທີ 01 ແລະ 02 ແລ້ວ, ລັດຖະບານຍັງສະເໜີບັນດາລັດຖະມົນຕີ, ຫົວໜ້າອົງການສຳນັກງານ, ປະທານບັນດາແຂວງ, ນະຄອນ ຊາບຊຶມຈິດໃຈຊີ້ນຳນຳພາ, ບໍລິຫານຢ່າງຂ້ຽວຂາດ, ລະອຽດ, ປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າເຮັດກ້າທຳ, ຊຸກຍູ້ເປັນປະຈຳ, ກວດກາການປະຕິບັດຢູ່ແຕ່ລະຂັ້ນ, ແຕ່ລະຂະແໜງ. ບັນດາຄຳຮຽກຮ້ອງດັ່ງກ່າວຂອງລັດຖະບານ ໄດ້ສ້າງກຳລັງດັ່ນຢ່າງແຂງແຮງ ກ່ຽວກັບການບໍລິຫານກັບການນຳທ້ອງຖິ່ນຕ່າງໆ, ນັບແຕ່ຕົ້ນປີຕ້ອງເຂົ້າຮ່ວມ, ຊີ້ນຳການແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງດ້ວຍການເຄື່ອນໄຫວດຳເນີນທຸລະກິດ.
ນຳໃຊ້ກາລະໂອກາດເພື່ອສ້າງບາດກ້າວບຸກທະລຸ
        ກົນໄກນະໂຍບາຍເພື່ອສ້າງພື້ນຖານໃຫ້ແກ່ການສ້າງບາດກ້າວບຸກທະລຸໄດ້ມີຢູ່ແລ້ວ. ວຽກງານທີ່ຍັງເຫຼືອແມ່ນຫວຽດນາມ ຕ້ອງນຳໃຊ້ກາລະໂອກາດທີ່ສະດວກເພື່ອສ້າງບາດກ້າວບຸກທະລຸ. ຄວາມສະດວກນັ້ນແມ່ນບັນດາຜົນງານຕັ້ງໜ້າຂອງປີ 2018, ແມ່ນກຳລັງທົນທານຂອງພື້ນຖານເສດຖະກິດ ໄດ້ຮັບການຍົກສູງໃຫ້ຫຼາຍຂຶ້ນ, ລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ ກໍ່ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ… ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໄດ້ຫັນໄປສູ່ໄລຍະໃໝ່, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກັບພື້ນຖານເສດຖະກິດຂອງພາກພື້ນ ແລະ ທົ່ວໂລກ. ເສດຖະກິດພາກເອກະຊົນພັດທະນາຢ່າງແຂງແຮງ ກໍ່ແມ່ນພື້ນຖານສຳຄັນ, ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ເສດຖະກິດຫວຽດນາມ. ໃນຂະນະນັ້ນ, ເລື່ອງສັນຍາ CPTPP ມີຜົນສັກສິດແມ່ນປັດໃຈທີ່ຕ້ອງນຳໃຊ້ນັບແຕ່ຕົ້ນປີ 2019 ເພື່ອເປີດກວ້າງ ແລະ ພັດທະນາຕະຫຼາດ. ພ້ອມນັ້ນ, ແຫຼ່ງເງິນລົງທຶນທົ່ວໂລກຄາດວ່າຈະສືບຕໍ່ມີການປ່ຽນແປງໃໝ່ຫຼາຍຢ່າງໃນປີນີ້, ໃນນັ້ນພາກພື້ນອາຊຽນ ແລະ ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດືມ. ຫວຽດນາມ ຄວນກະກຽມເປັນຢ່າງດີບັນດາເງື່ອນໄຂເພື່ອນຳໃຊ້ກາລະໂອກາດ, ຕ້ອນຮັບ ຕິດພັນກັບການກຳນົດທິດ ຄັດເລືອກບັນດາໂຄງການທີ່ມີເຕັກໂນໂລຊີໃໝ່, ໂຄງການເປັນມິດກັບສິ່ງແວດລ້ອມ, ການຮ່ວມສຳພັນທີ່ດີກັບວິສາຫະກິດຢູ່ພາຍໃນປະເທດ…
        ດ້ວຍການບໍລິຫານຢ່າງມີຫົວຄິດປະດິດສ້າງ ແລະ ຄວາມຫວັງປ່ຽນແປງໃໝ່ສ້າງຄວາມແຕກຕ່າງກັນ, ຫວຽດນາມ ພ້ອມແລ້ວທີ່ຈະນຳໃຊ້ທຸກໆກາລະໂອກາດເພື່ອສ້າງບາດກ້າວບຸກທະລຸ, ຍູ້ໄວລະດັບເຕີບໂຕໃນປີ 2019.
 (ແຫຼ່ງຄັດຈາກ VOV)


top