ຂ່າວສານ

ປີ 2018 ສິນໃນນ້ຳເສີມຂະຫຍາຍທ່າໄດ້ປຽບເພື່ອບັນລຸບາດກ້າວກະໂດດຂັ້ນໃນການສົ່ງອອກ

ປີ 2018, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ວາງຄາດໝາຍການສົ່ງອອກສິນໃນນ້ຳບັນລຸ 9 ຕື້ USD ແລະ ເພື່ອບັນລຸຄາດໝາຍນີ້ໃຫ້ໄດ້,

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ (ພາບ: ອິນເຕີແນັດ)

ຂະແໜງສິນໃນນ້ຳ ສືບຕໍ່ຂຸດຄົ້ນທ່າໄດ້ປຽບລ້ຽງກຸ້ງ ແລະ ປາຈາ ຕາມທິດລ້ຽງປູກ ແລະ ປຸ້ງແຕ່ງບັນດາຜະລິດຕະພັນທີ່ໝູນໃຊ້ເຕັກໂນໂລຢີສູງ.

        ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ ໃຫ້ຮູ້ວ່າ:

        “ໃນປີນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະພົບປະກັບບັນດາວິສາຫະກິດສິນໃນນ້ຳເຕັກໂນໂລຢີສູງ ເພື່ອແນໃສ່ຊຸກຍູ້ຄວາມກ້າວໜ້າດ້ານເຕັກນິກ, ເຕັກໂນໂລຢີໃໝ່ ເພື່ອເພີ່ມປະລິມານການລ້ຽງກຸ້ງອຸດສາຫະກຳເຕັກໂນໂລຢີສູງ ແລະ ຕອບສະໜອງການຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ. ສຳລັບປາຈາ, ສຸມໃສ່ເຂົ້າໃນແນວພັນ ແລະ ຕະຫລາດ ເພື່ອຊຸກຍູ້ການສົ່ງອອກປາຈາ ຕອບສະໜອງຕະຫລາດພາຍໃນ ແລະ ສົ່ງອອກ. ພ້ອມທັງ ຈະສືບຕໍ່ຂຸດຄົ້ນບັນດາປະເພດສິນຄ້າທີ່ມີທ່າໄດ້ປຽບອື່ນໆ”.

        ປີ 2017, ຂະແໜງສິນໃນນ້ຳບັນລຸໄດ້ວົງເງິນການຄ້າສົ່ງອອກສູງສຸດ ນັບແຕ່ກ່ອນມາຮອດປັດຈຸບັນ 8,3 ຕື້ USD, ເພີ່ມຂຶ້ນເກືອບ 1 ຕື້ USD ເມື່ອທຽບໃສ່ປີ 2016.

(ແຫຼ່ງຄັດຈາກ VOV)



top