ຂ່າວສານ

ປີ 2017 ຍອດມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າຂອງຫວຽດນາມໄດ້ລື່ນກາຍລະດັບ 400 ຕື້ USD

      ຕາມກົມໃຫຍ່ສະຖີຕິຫວຽດນາມແລ້ວ, ວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າຂອງຫວຽດນາມໃນເດືອນທັນວາ ຄາດວ່າ ຈະບັນລຸ 19 ຕື້ກ່ວາ USD ຫຼຸດລົງ 3,5% ເມື່ອທຽບໃສ່ເດືອນຜ່ານມາ
 ພາບປະກອບ
      ເປັນອັນວ່າ ປີ 2017 ຫວຽດນາມໄດ້ບັນລຸລະດັບສະຖີຕິໃນການສົ່ງອອກ ແລະ ນຳເຂົ້າສິນຄ້າ ຂະນະທີ່ຍອດມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າຂອງຫວຽດນາມໄດ້ລື່ນກາຍລະດັບ 400 ຕື້ USD. ວົງເງິນສົ່ງອອກສິນຄ້າຂອງຫວຽດນາມຄາດວ່າ ຈະບັນລຸ 214 ຕື້ USD ເພີ່ມຂຶ້ນກ່ວາ 21% ເມື່ອທຽບໃສ່ປີກ່ອນ. ອາເມລິກາຍັງຄົງແມ່ນຕະຫຼາດນຳໜ້າດ້ວຍມູນຄ່າ 41,5 ຕື້ USD ເພີ່ມຂຶ້ນ 8% ເມື່ອທຽບໃສ່ປີຜ່ານມາ. ຮອງລົງມາແມ່ນ ສະຫະພາບເອີລົບ, ຈີນ, ອາຊຽນ, ຍີປຸ່ນ ແລະ ສ.ເກົາຫຼີ.
      ສະເພາະວົງເງິນນຳເຂົ້າສິນຄ້າຂອງຫວຽດນາມໃນປີ 2017 ຄາດວ່າ ຈະບັນລຸ 211,1 ຕື້ USD ເພີ່ມຂຶ້ນເກືອບ 21% ເມື່ອທຽບໃສ່ປີຜ່ານມາ. ກ່ຽວກັບຕະຫຼາດນຳເຂົ້າໃນປີ 2017, ຈີນຍັງຄົງແມ່ນຕະຫຼາດນຳເຂົ້າສິນຄ້າໃຫຍ່ກວ່າໝູ່ຂອງຫວຽດນາມດ້ວຍວົງເງິນ 58,5 ຕື້ USD, ເພີ່ມຂຶ້ນເກືອບ 17% ເມື່ອທຽບໃສ່ປີຜ່ານມາ. ຮອງລົງມາແມ່ນ ສ.ເກົາຫຼີ ,ອາຊຽນ, ຍີປຸ່ນ, ສະຫະພາບເອີລົບ ແລະ ອາເມລິກາ.   
 (ແຫຼ່ງຄັດຈາກ VOV)

top