ຂ່າວສານ

ປິດ​ປີທ່ອງ​ທ່ຽວ​ແຫ່ງ​ຊາດ ປີ 2019 - ຍາ​ຈາງ ​ແຄ໊ງຮວ່່າ

ຕອນຄໍ່າວັນທີ 28 ທັນວາ, ຢູ່ນະຄອນ ຍາຈາງ ແຂວງແຄ໊ງຮວ່າ  ໄດ້ດໍາເນີນພິທີປິດປີທ່ອງທ່ຽວແຫ່ງຊາດ ປີ 2019 ຍາຈາງ - ແຄ໊ງຮວ່າ ດ້ວຍຫົວຂໍ້ “ຍາຈາງ - ສີສັນຂອງທະເລ” ດ້ວຍບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນຂອງເຂດດິນແດນທະເລ.

ບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນຂອງເຂດດິນແດນທະເລ (ພາບ:daidoanket.vn)

ປີທ່ອງທ່ຽວແຫ່ງຊາດ ປີ 2019 - ຍາຈາງ ແຄ໊ງຮວ່່າ ປະກອບມີ 100 ການເຄື່ອນໄຫວ ທີ່ຫຼາຍຮູບຫຼາຍແບບ ແລະ ຈັບອົກຈັບໃຈ ໂດຍບັນດາຫົວໜ່ວຍຂຶ້ນກັບກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ແຂວງແຄ໊ງຮວ່າ ແລະ 14 ແຂວງ, ນະຄອນ ໃນທົ່ວປະເທດ ຈັດຕັ້ງຂຶ້ນ. ປີ 2019, ແຄ໊ງຮວ່າ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 7,2 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ປີ 2018. ກ່າວຄໍາເຫັນທີ່ພິທີປິດ ປີທ່ອງທ່ຽວແຫ່ງຊາດ ປີ 2019 - ຍາຈາງ ແຄ໊ງຮວ່່າ, ທ່ານ ເລກວາງຕຸ່ງ, ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຫົວໜ້າຄະນະຊີ້ນໍາ ປີທ່ອງທ່ຽວແຫ່ງຊາດ ປີ 2019 - ຍາຈາງ ແຄ໊ງຮວ່່າ, ເນັ້ນໜັ້ກວ່າ:

        “ສໍາລັບແຂວງແຄ໊ງຮວ່າ ແລະ ບັນດາທ້ອງຖິ່ນ ສືບຕໍ່ເສີມຂະຫຍາຍບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນຂອງຕົນ ເພື່ອໃຫ້ຂະແໜງການທ່ອງທ່ຽວ ພັດທະນາແບບຍືນຍົງ, ມີປະສິດທິຜົນຢ່າງແທ້ຈິງ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງບັນດາທ້ອງຖິ່ນ. ດຶງດູດ ແລະ ລະດົມບັນດາແຫຼ່ງກໍາລັງສັງຄົມລົງທຶນເຂົ້າໃນການພັດທະນາການທ່ອງທ່ຽວ. ເອົາໃຈໃສ່ເປັນພິເສດເຖິງການສົມທົບ, ຮ່ວມມືພາກລັດ ແລະ ພາກເອກະຊົນ, ເສີມຂະຫຍາຍບົດບາດຂອງນັກລົງທຶນຍຸດທະສາດໃນການພັດທະນາພື້ນຖານໂຄງລ່າງ, ການທ່ອງທ່ຽວທັນສະໄໝ ແລະ ບັນລຸມາດຕະຖານສາກົນ. ລະດົມກໍາລັງແຮງຂອງປະຊາຄົມ ເຂົ້າໃນການພັດທະນາການທ່ອງທ່ຽວ ແບບຍືນຍົງ”.

        ປີທ່ອງທ່ຽວແຫ່ງຊາດ ປີ 2020 ໂດຍແຂວງນິງບິ່ງ ເປັນເຈົ້າພາບຈັດຕັ້ງ. 

 (ແຫຼ່ງຄັດຈາກ VOV)
 

top