ຂ່າວສານ

ປິດກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 7

ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະ ແຈ້ງໃຫ້ຊາບບົດລາຍງານສະຫຼຸບວຽກງານອາຍຸການ 2017 -2022, ທິດທາງ, ໜ້າທີ່ອາຍຸການ 2022 – 2027.
  ພິທີປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 7  

ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 7 ອາຍຸການ 2022 – 2027 ສະເໜີຕົວຄະນະບໍລິຫານງານ ແລະ ປິດກອງປະຊຸມໃຫຍ່.

ທີ່ພິທີປິດ, ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະ ແຈ້ງໃຫ້ຊາບບົດລາຍງານສະຫຼຸບວຽກງານອາຍຸການ 2017 -2022, ທິດທາງ, ໜ້າທີ່ອາຍຸການ 2022 – 2027; ປັບປຸງ, ເພີ່ມເຕີ່ມກົດລະບຽບກອງປະຊຸມໃຫຍ່. ກອງປະຊຸມໃຫຍ່ກໍ່ສະເໜີຕົວຄະນະບໍລິການງານສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ ຊຸດທີ 7 ລວມມີ 94 ທ່ານ. ທ່ານ ພົນໂທ ເບຊວັນເຈື່ອງ, ອະດີດກຳມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເລືອກຕັ້ງດຳລົງຕຳແໜ່ງປະທານສະມາຄົມນັກຮົບເກົ່າ ຫວຽດນາມ ຊຸດທີ 7 ອາຍຸການ 2022 – 2027.

 ທີ່ພິທີປິດ, ສະມາຄົມນັກຮົບເກົ່າ ໄດ້ມອບໃບຍ້ອງຍໍໃຫ້ 33 ທ່ານທີ່ມີຜົນງານດີເດັ່ນໃນການສ້າງສະມາຄົມນັກຮົບເກົ່າໃນໄລຍະຜ່ານມາ.

 


top