ຂ່າວສານ

ປາ​ນາ​ມາ ຖະ​ແຫຼງບໍ່​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ຄອງ​ເໝືອງ

ສອງຝ່າຍຈະປຶກສາຫາລືບັນດາບັນຫາລວມຄື: ການອົບພະຍົມ, ການຕ້ານອາດຊະຍາກຳທີ່ມີການຈັດຕັ້ງ ແລະ ການຄ້າຂາຍຢາເສບຕິດ.
(ພາບ: THX/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນເມື່ອວັນທີ 30 ມັງກອນ ຢູ່ນະຄອນຫຼວງ Panama City ທ່ານ Jose Raul Mulino, ປະທານາທິບໍດີ ປານາມາ ໄດ້ປັດເຂ່ຍຄວາມສາມາດເຈລະຈາກັບ ອາເມລິກາ ກ່ຽວກັບສິດກຳມະສິດຄອງເໝືອງ ປານາມາ ຂະນະທີ່ທ່ານກຽມຕ້ອນຮັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ຄົນໃໝ່ ຊື່ງຈະໄປຢ້ຽມຢາມປະເທດນີ້ ໃນອາທິດໜ້າ.

ກ່ຽວກັບບັນດາເນື້ອໃນທີ່ຈະປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ Rubio, ທ່ານ Mulino ໃຫ້ຮູ້ວ່າ ສອງຝ່າຍຈະປຶກສາຫາລືບັນດາບັນຫາລວມຄື: ການອົບພະຍົມ, ການຕ້ານອາດຊະຍາກຳທີ່ມີການຈັດຕັ້ງ ແລະ ການຄ້າຂາຍຢາເສບຕິດ.

ຖະແຫຼງການຂອງການນຳ ປານາມາ ໄດ້ຍົກອອກມາ ໃນສະພາບການທີ່ວັນທີ 20 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວຄຳເຫັນທີ່ພິທີສາບານຕົວຮັບດຳລົງຕຳແໜ່ງ ໄດ້ພາດພິງເຖິງເລື່ອງຈະເອົາຄືນສິດຄວບຄຸມຄອງເໝືອງ ປານາມາ ຖ້າຫາກວ່າ ເສັ້ນທາງນ້ຳນີ້ “ໄດ້ມອບໃຫ້ຜິດຄົນ” ແລະ ຄ່າໃຊ້ຈ່າຍຂອງກຳປັ່ນ ອາເມລິກາຜ່ານນີ້ບໍ່ໄດ້ຫລຸດລົງ.


top