ອາຫານການກິນ

ປາມຶກສົດ ປິ້ງກັບຫົວສີໄຄ ແລະ ໝາກເຜັດ

ໂດຍມີຊາຍຝັ່ງທະເລຍາວ ກວ່າ 3000 ກິໂລແມັດ, ຫວຽດນາມ ຈິ່ງມີອຸດົມສົມບູນທີ່ຫຼາກຫຼາກ ກ່ຽວກັບສິນໃນນ້ຳປະເພດຕ່າງໆ. ຍິ່ງໄປກວ່ານັ້ນ, ວິທີປຸງແຕ່ງ ລາຍການ ອາຫານຈາກສິນທະເລ ກໍມີຄວາມປະດິດສ້າງ ດ້ວຍຫຼາຍວິທີ ຕາມແຕ່ລະທ້ອງຖິ່ນ. ໜຶ່ງ ໃນບັນດາວິທີປຸງແຕ່ງ ລາຍການອາຫານ ປາມຶກສົດ ປີ້ງ ກັບຫົວ ສີໄຄ ແລະ ໝາກເຜັດ ຊຶ່ງເປັນລາຍການ ອາຫານ ທີ່ເປັນເອກະ ລັກ ສະເພາະ ຂອງ ຊາວປະມົງ ເຂດພາກກາງ, ປີ້ງດ້ວຍເຕົາ ຖ່ານ ຢູ່ເທິງເຮືອຂອງຊາວປະມົງ ພາຍຫຼັງຈັບຂຶ້ນມາ.
ວິທີປຸງແຕ່ງລາຍການອາຫານປາມຶກສົດ ປີ້ງກັບຫົວສີໄຄ ແລະ ໝາກເຜັດ ມີຂັ້ນຕອນດັ່ງຕໍ່ໄປນີ້: ປາມຶກສົດລ້າງໃຫ້ສະອາດ, ຕັດເປັນປ່ຽງ ພໍກິນ. ກະກຽມ ເຄື່ອງເທດຕ່າງໆ ເຊັ່ນ: ຫົວສີໄຄ, ຜັກບົ່ວ, ຜັກທຽມ, ໝາກເຜັດ, ພິກໄທ... ຜັກບົ່ວ ຊອຍເປັນເສັ້ນ ສັ້ນໆ, ຫົວສີໄຄ, ໝາກເຜັດ, ພິກໄທຕຳ. ນຳເຄື່ອງເທດ ໄດ້ ກະ ກຽມນັ້ນ ເອືອບກັບ ປາມຶກ ປະມານ 30 ນາທີ ເພື່ອໃຫ້ຊຶມ ເຂົ້າ ກັນ. ຫຼັງຈາກນັ້ນ ນຳປາມຶກປີ້ງ ຢູ່ເທິງເຕົາຖ່ານ. ໃນເວລາປີ້ງ ຕ້ອງພິກປາມຶກ ເພື່ອໃຫ້ສຸກສະເໝີ, ເມື່ອເຫັນປາມຶກ ມີສີເຫຼືອງ ແລະ ປາມຶກ ໃກ້ແຫ້ງ ກໍຖືວ່າພໍດີ.

ລາຍການອາຫານ ປາມຶກ ປີ້ງກັບ ຫົວສີໄຄ ແລະ ໝາກເຜັດ ຈະ ມີລົດຊາດແຊບສຸດ ແມ່ນເວລາຫາກໍປີ້ງສຸກໃໝ່ໆ. ກິ່ນຫອມ ທີ່ ເປັນເອກະລັກ ຂອງປາມຶກ ພ້ອມກັບກິ່ນເຜັດໆ ຂອງໝາກເຜັດ ບວກກັບ ກິ່ນ ຫົວສີໄຄ ອັນໄດ້ສ້າງເປັນລາຍການອາຫານ ທີ່ຫອມແຊບ ສ້າງ ຄວາມປະທັບໃຈຕໍ່ຜູ້ຮັບປະທານ. 
ລາຍການອາຫານປາມຶກ ປີ້ງກັບ ຫົວສີໄຄ ແລະ ໝາກເຜັດ ຈະ ປະກອບດ້ວຍ: ປາມຶກສົດ
ແລະ ເຄື່ອງເທດຊະນິດ ຕ່າງໆ ເຊັ່ນ ຫົວສີໄຄ, ໝາກເຜັດ, ຜັກບົ່ວ, ຜັກທຽມ... 



ປາມຶກ ລ້າງໃຫ້ສະອາດ, ຊອຍເປັນປ່ຽງພໍກິນ ແລ້ວເອືອບ ກັບ ເຄື່ອງປຸງຈຳນວນໜຶ່ງໃຊ້ເວລາປະມານ 30 ນາທີ. 


ຫຼັງຈາກນັ້ນ ເອົາປາມຶກ ປີ້ງໃສ່ເຕົາຖ່ານໄມ້. 


ລາຍການອາຫານ ປາມຶກສົດ ປີ້ງ ກັບ ຫົວສີໄຄ ແລະ ໝາກ ເຜັດ.

 
ບົດ ແລະ ພາບ: ເຈິ່ນແທງຢາງ

top