ຂ່າວສານ

ປາປົວນິວກີເນ ອອກຖະແຫຼງການຂອງ ປະທານ APEC

      ທ່ານນາຍົກລັດຖະມົນຕີ ປາປົວນິວກີີເນ Peter O’Neill  ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດສະມາຊິກ ບໍ່ສາມາດເຫັນດີເປັນເອກະພາບກ່ຽວກັບບັນດາພາກສ່ວນທີ່ກ່ຽວຂ້ອງເຖິງການປະຕິຮູບ WTO ກໍຄື ລັດທິອາລັກຂາດ້ານການຄ້າ
            ວັນທີ 23 ພະຈິກ, ປາປົວນິວກີເນ ເຊິ່ງເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 26 (APEC)  ໄດ້ອັດລົງໃນວັນທີ 18 ພະຈິກນັ້ນ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ເຂົ້າຮ່ວມວຽກງານຂອງອົງການການຄ້າໂລກ (WTO) ຢ່າງຕັ້ງໜ້າກວ່າ. ໃນຖະແຫຼງການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ປາປົວນິວກີີເນ Peter O’Neill  ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດສະມາຊິກ ບໍ່ສາມາດເຫັນດີເປັນເອກະພາບກ່ຽວກັບບັນດາພາກສ່ວນທີ່ກ່ຽວຂ້ອງເຖິງການປະຕິຮູບ WTO ກໍຄື ລັດທິອາລັກຂາດ້ານການຄ້າ. ຕາມທ່ານ Peter O’Neill  ແລ້ວ, ບັນດາທັດສະນະທີ່ “ແຕກຕ່າງກັນ” ກ່ຽວກັບ ຄວາມເສລີດ້ານການຄ້າ ແລະ ບັນດາຂໍ້ກໍານົດຂອງ WTO ເປັນຄ້ັງທໍາອິດໃນປະຫວັດສາດ ໄດ້ສະກັດກັ້ນບັນດາພື້ນຖານເສດຖະກິດສະມາຊິກເຫັນດີຕໍ່ຖະແຫຼງການຮ່ວມ.
         ການນໍາບັນດາພື້ນຖານເສດຖະກິດ APEC ບໍ່ສາມາດອອກຖະແຫຼງການຮ່ວມໄດ້ ທີ່ກອງປະຊຸມສຸດຍອດນີ້ ຍ້ອນສະພາບທີ່ສອງປະເທດມະຫາອໍານາດເສດຖະກິດແຖວໜ້າໃນໂລກ ແມ່ນ ອາເມລິກາ ແລະ ຈີນ ຖືກແຕກຫັກຢ່າງເລິກເຊິ່ງ ກ່ຽວກັບບັນຫາດ້ານການຄ້າ ແລະ ການລົງທຶນ.
 (ແຫຼ່ງຄັດຈາກ VOV)

top