ຂ່າວສານ

ປາທູນາຫວຽດນາມ ມີກາລະໂອກາດຫຼາຍຢ່າງໃນການສົ່ງເຂົ້າຕະຫຼາດເອີລົບ

      ໃນ 2 ເດືອນມໍ່ໆມານີ້, ມູນຄ່າສົ່ງອອກປາທູຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະກ່ອນທີ່ສັນຍາ EVFTA ມີຜົນສັກສິດ, ບັນລຸເກືອບ 12 ລ້ານ USD/ເດືອນ.

ມູນຄ່າສົ່ງອອກປາທູຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 10%
(ພາບປະກອບ)
      ນັບແຕ່ນີ້ຮອດທ້າຍປີ 2020, ຜະລິດຕະພັນປຸງແຕ່ງຈາກປາທູນາຂອງ ຫວຽດນາມ ມີກາລະໂອກາດຫຼາຍຢ່າງໃນການສົ່ງເຂົ້າຕະຫຼາດເອີລົບ. ນີ້ແມ່ນຄຳຢືນຢັນຂອງການນຳກະຊວງກະສິກຳ ແລະ ຊົນນະບົດຫວຽດນາມ ໃນກອງປະຊຸມກ່ຽວກັບການຊຸກຍູ້ການສົ່ງອອກປາທູນາຕາມລະບົບ, ສົ່ງອອກປາທູເຂົ້າຕະຫຼາດເອີລົບ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕາມຂໍ້ກຳນົດ (IUU) ຖືກດຳເນີນໃນຕອບ່າຍວັນທີ 10 ຕຸລາ, ຢູ່ແຂວງ ແຄ໊ງຮ່ວາ.
      ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ມີຜົນສັກສິດນັບແຕ່ວັນທີ 01 ສິງຫາ 2020, ຕາມນັ້ນແລ້ວ, ສະຫະພາບເອລົບ ໄດ້ລົບລ້າງອັດຕາພາສີວົງເງິນສົ່ງອອກສິນໃນນ້ຳຂອງຫວຽດນາມ 86,5% ໃນຮອບເວລາ 3 ປີ ແລະ 90,3% ໃນຮອບເວລາ 5 ປີ ແລະ 10% ໃນຮອບເວລາ 7 ປີ.
      ໃນ 2 ເດືອນມໍ່ໆມານີ້, ມູນຄ່າສົ່ງອອກປາທູຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະກ່ອນທີ່ສັນຍາ EVFTA ມີຜົນສັກສິດ, ບັນລຸເກືອບ 12 ລ້ານ USD/ເດືອນ.
(ແຫຼ່ງຄັດຈາກ VOV)

top