ຂ່າວສານ

ປັ​ບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍຊັບສິນທາງປັນຍາ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ

ຕອນເຊົ້າວັນທີ 31 ພຶດສະພາ, ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ປຶກສາຫາລືຄົບຄະນະ ກ່ຽວກັບຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາ.

ຕອນເຊົ້າວັນທີ 31 ພຶດສະພາ, ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ປຶກສາຫາລືຄົບຄະນະ ກ່ຽວກັບຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາ.

   

 ສະພາແຫ່ງຊາດຫວຽດນາມ ຊຸດທີ XV

ຕາມສະມາຊິກສະພາແຫ່ງຊາດແລ້ວ, ຊັບສິນທາງປັນຍາ ມີຄຸນຄ່າໃຫຍ່ຫຼວງໃນພື້ນຖານເສດຖະກິດປັນຍາຊົນ, ແມ່ນແຫຼ່ງກຳລັງໃຫ້ແກ່ການພັດທະນາການຜະລິດດຳເນີນທຸລະກິດແລະ ແມ່ນເຄື່ອງມືແກ້ງແຍ່ງທີ່ມີປະສິດທິຜົນຂອງວິສາຫະກິດ ແລະ ພື້ນຖານເສດຖະກິດ. ພາຍຫຼັງ 17 ປີນັບແຕ່ເວລາກົດໝາຍວ່າດ້ວຍຊັບສິນທາງປັນຍາໄດ້ຮັບການປະກາດໃຊ້ (ປີ 2005), ສະພາບການປັດຈຸບັນມີການປ່ຽນແປງຫຼາຍແລ້ວ. ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດນຳໃຊ້ຊັບສິນທາງປັນຍາເທົ່ານັ້ນ ຫາກຍັງໄດ້ຫັນປ່ຽນຢ່າງແຮງກາຍເປັນປະເທດສ້າງຊັບສິນທາງປັນຍາເພື່ອຮັບໃຊ້ໃຫ້ແກ່ຮູບແບບການເຕີບໂຕຕາມລວງເລິກອີກດ້ວຍ. ທີ່ວາລາປຶກສາຫາລື, ທ່ານຮ່ວາງແທັງຕຸງ, ຫົວໜ້າກຳມາການກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຮ່າງກົດໝາຍກ່ຽວຂ້ອງເຖິງຫຼາຍ ສັນຍາສາກົນ ເຊິ່ງ ຫວຽດນາມ ແມ່ນສະມາຊິກ, ໃນນັ້ນມີມາດຕາກ່ຽວກັບຜູ້ປະດິດສ້າງ, ສິດທີ່ກ່ຽວຂ້ອງເຖິງຂົງເຂດອາລັກຂາກຳມະສິດອຸດສາຫະກຳ, ແນວພັນປູກ, ນັບທັງບາງສັນຍາການຄ້າເສລີລຸ້ນໃໝ່ເຊິ່ງ ຫວຽດນາມ ເຂົ້າຮ່ວມຄື CPTPP, EVFTA. ດັ່ງນັ້ນເລື່ອງຫັນເນື້ອໃນກົດໝາຍໃຫ້ສອດຄ່ອງກັບສະພາບຕົວຈິງ ຫວຽດນາມ, ຍາດແຍ່ງກາລະໂອກາດເຊິ່ງບັນດາສັນຍານຳມາໃຫ້, ພ້ອມທັງຊຸກຍູ້ວິທະຍາສາດເຕັກໂນໂລຢີແມ່ນຍາກທີ່ສຸດ. ການປັບປຸງກົດໝາຍ ກໍ່ແນໃສ່ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເປັນລະບອບລະບຽບການ, ໃນນັ້ນໜ້າທີ່ວາງອອກແມ່ນສືບຕໍ່ສ້າງກົດໝາຍໃຫ້ສົມບູນແບບ, ເປັນຕົ້ນແມ່ນກົດໝາຍວ່າດ້ວຍຊັບສິນທາງປັນຍາ, ເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຊ່ວຍໃຫ້ການເຄື່ອນໄຫວນີ້ ນັບມື້ນັບສຳຜັດກັບທຳນຽມທີ່ດີຂອງໂລກ.

(ແຫຼ່ງຄັດຈາກ VOV)


top