ຂ່າວສານ

ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ທ່ານ ເອກອັກຄະລັດຖະທູດ Andrew Goledzinowski ຖືວ່າ ການຮ່ວມມືໃນຂົງເຂດຮັກສາສັນຕິພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບບັນລຸໄດ້ບາດກ້າວທີ່ຕັ້ງໜ້າຫຼາຍຢ່າງ, ດັ່ງນັ້ນ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃຫ້ມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ.
  ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski (ພາບ: TTXVN)  

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບ ອົດສະຕາລີ ເຊິ່ງເປັນຄູ່ຮ່ວມມືທີ່ມີມາແຕ່ດົນນານ ແລະ ແມ່ນໜຶ່ງໃນບັນດາປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາຊຽນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫວໍວັນເຖືອງ ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ Andrew Goledzinowski ໃນຕອນບ່າຍວັນທີ 17 ມີນາຢູ່ ທຳນຽບປະທານປະເທດ. ເມື່ອເຕື້ອງເຖິງຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດທີ່ຍັງໃຫຍ່ຫຼວງທີ່ສຸດນັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມຈະສືບຕໍ່ປ່ຽນແປງໃໝ່ວຽກງານກໍ່ສ້າງລະບອບລະບຽບການກົດໝາຍ, ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນທີ່ປອດໂປ່ງ, ດີທີ່ສຸດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ ອົດສະຕາລີ ໃຫ້ມີຄວາມອຸ່ນອ່ຽງໃຈ, ເຊື່ອໝັ້ນຕໍ່ການລົງທຶນທີ່ມີຄວາມສະດວກຢູ່ ຫວຽດນາມ.

ສ່ວນທ່ານ ເອກອັກຄະລັດຖະທູດ Andrew Goledzinowski ຖືວ່າ ການຮ່ວມມືໃນຂົງເຂດຮັກສາສັນຕິພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບບັນລຸໄດ້ບາດກ້າວທີ່ຕັ້ງໜ້າຫຼາຍຢ່າງ, ດັ່ງນັ້ນ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃຫ້ມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ.


top