ຂ່າວສານ

ປັບປຸງຮ່າງຍຸດທະສາດສັງລວມໃຫ້ສົມບູນແບບ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ

      ຫ້ອງວ່າການລັດຖະບານ ຫາກໍ່ປະກາດໃຊ້ເອກະສານ ປະກາດຂໍ້ສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢູ່ກອງປະຊຸມຮັບຟັງ ກະຊວງສາທາລະນະສຸກ ລາຍງານກ່ຽວກັບ ຍຸດທະສາດສັງລວມ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ
      ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຮ່າງຍຸດທະສາດ ຕ້ອງເຮັດໃຫ້ຈະແຈ້ງກ່ວາ, ເສີມຂະຫຍາຍໄດ້ລັກສະນະເປັນເຈົ້າການ, ມີວິທະຍາສາດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ພິເສດ ກະກຽມຄວາມພ້ອມທາງດ້ານວັດຖຸອຸປະກອນ, ຜະລິດຕະພັນທາງຊີວະວິທະຍາ, ຢຸກຢາ, ວັກຊິນ… ບັນດາແຜນນະໂຍບາຍ, ວິທີການແກ້ໄຂ ແລະ ການຈັດຕັ້ງປະຕິບັດ ມາດຕະການ ປ້ອງກັນ, ຕ້ານໂລກລະບາດ ຕາມທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ມີຄວາມຄ່ອງຕົວ, ມີຄວາມໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກສັງຄົມ, ວິສາຫະກິດ ແລະ ປະຊາຊົນສະໜັບສະໜູນ ແລະ ຕັ້ງໜ້າປະຕິບັດ.
(ແຫຼ່ງຄັດຈາກ VOV)


top