ຂ່າວສານ

ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ

ການຢ້ຽມຢາມຂອງທ່ານນາງປະທານາທິບໍດີ ສິງກະໂປ ຄັ້ງນີ້ ໄດ້ສ້າງພື້ນຖານຍຸດທະສາດຢ່າງເລິກເຊິ່ງກວ່າເກົ່າ.

ການຢ້ຽມຢາມຂອງທ່ານນາງປະທານາທິບໍດີ ສິງກະໂປ ຄັ້ງນີ້ ໄດ້ສ້າງພື້ນຖານຍຸດທະສາດຢ່າງເລິກເຊິ່ງກວ່າເກົ່າ.

 

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob

    ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ແລະ ສາມີ ພວມທຳການຢ້ຽມຢາມທາງລັດຖະກິດມາ ຫວຽດນາມ (ແຕ່ວັນທີ 16-20 ຕຸລາ), ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ. ການຢ້ຽມຢາມຂອງທ່ານນາງປະທານາທິບໍດີ ສິງກະໂປ ຄັ້ງນີ້ ໄດ້ສ້າງພື້ນຖານຍຸດທະສາດຢ່າງເລິກເຊິ່ງກວ່າເກົ່າ, ສ້າງບາດກ້າວເດີນໃໝ່ໃນການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ການຢ້ຽມຢາມທາງລັດຖະກິດມາ ຫວຽດນາມ ຂອງທ່ານປະທານາທິບໍດີ ສິງກະໂປ Halimah Yacob ດຳເນີນໄປໃນສະພາບທີ່ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023.

ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໃນປະຈຸບັນໄດ້ຮັບການປັບປຸງ

        ເມື່ອຕີລາຄາກ່ຽວກັບການພົວພັນທາງການທູດເປັນເວລາເກືອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ທ່ານຮອງສາດສະດາຈານ ຫວູມິງເຄືອງ, ສັງກັດໂຮງຮຽນນະໂຍບາຍພາກລັດ ຫຼີກຸງຢູ່ (ສິງກະໂປ), ເນັ້ນໜັກວ່າ ນີ້ແມ່ນໝາກຜົນທີ່ມະຫັດສະຈັນ ແລະ 2 ປະເທດບັນລຸໃນລະດັບທີ່ເອີ້ນວ່າ ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ. ຕາມທ່ານແລ້ວ, ໝາກຜົນການຮ່ວມມືເຊິ່ງ ຫວຽດນາມ ແລະ ສິງກະໂປ ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດແມ່ນ ໃນໄລຍະ 50 ປີຜ່ານມາ, ພິເສດແມ່ນໃນທົດສະວັດຜ່ານມານັ້ນ, ສິງກະໂປ ໄດ້ກາຍເປັນໜຶ່ງໃນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນໃນປະຈຸບັນຂຶ້ນເຖິງປະມານ 70 ຕື້ USD. ໃນຊຸມປີເກີດໂລກລະບາດໂຄວິດ-19, ສິງກະໂປ ແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່ຢູ່ ຫວຽດນາມ. ໃນກາງເດືອນ ມີນາ ປີ 2022, ຢູ່ແຂວງ ບິ່ງເຢືອງ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ III (VSIP III). ນີ້ແມ່ນເຂດອຸດສາຫະກຳ VSIP ທີ 11 ໃນທົ່ວປະເທດ ຫວຽດນາມ. ບັນດາເຂດອຸດສາຫະກຳ VSIP ນີ້ແມ່ນສັນຍາລັກຂອງການຮ່ວມມືທີ່ບັນລຸຜົນສຳເລັດລະຫວ່າງ 2 ປະເທດ.

ທ່ານຮອງສາດສະດາຈານ ຫວູມິງເຄືອງ ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ການລົງທຶນຂອງ ສິງກະໂປ ຢູ່ ຫວຽດນາມ ຈະໃຫຍ່ຫຼວງກວ່າຫຼາຍເທົ່າ ແລະ ສິງກະໂປ ໄດ້ຮັບຜົນປະໂຫຍດໃນການພັດທະນາຂອງ ຫວຽດນາມ.

        “ວົງການນັກຄົ້ນຄວ້າຢູ່ ສິງກະໂປ ເຫັນໄດ້ການກະທົບຮ່ວມຂອງ ສິງກະໂປ ແລະ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ. ຫວຽດນາມ ແມ່ນເພື່ອນທີ່ສັດຊື່ບໍລິສຸດ, ມີຄຸນນະທາດ, ເປັນໜ້າໄວ້ເນື້ອເຊື່ອໃຈ, ພ້ອມກັນນັ້ນກໍ່ຍັງສະແດງໃຫ້ເຫັນເປັນເພື່ອນມິດທີ່ມີວິໄສທັດກ່ຽວກັບອະນາຄົດໃນຫຼາຍທົດສະວັດຈະມາເຖິງ, ມີເຈດຈຳນົງນຳ ຫວຽດນາມ ແລະ ຄູ່ຮ່ວມມືຂອງຕົນຮ່ວມມືກັນຢ່າງແຮງພາຍຫຼັງໂລກລະບາດ”.

ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ທ່າແຮງບົ່ມຊ້ອນຮ່ວມມືຢູ່ທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ

        ຫວຽດນາມ ແລະ ສິງກະໂປ ແມ່ນ 2 ພື້ນຖານເພີ່ມເຕີມໃຫ້ແກ່ກັນໃນຫຼາຍແງ່ມູມ. ສິງກະໂປ ມີແຫຼ່ງເງິນລົງທຶນຢ່າງໃຫຍ່ຫຼວງ, ມີພື້ນຖານວິທະຍາສາດເຕັກໂນໂລຊີພັດທະນາ ແລະ ມີທ່າແຮງໃນບັນດາຂົງເຂດເສດຖະກິດທີ່ໃຊ້ພູມປັນຍາສູງ. ສິງກະໂປ ກໍ່ແມ່ນຕະຫຼາດທ່ອງທ່ຽວ, ສາທາລະນະສຸກ, ການສຶກສາທີ່ດູດດື່ມສຳລັບຊາວ ຫວຽດນາມ ຫຼາຍຄົນ.

        ກົງກັນຂ້າມ, ຫວຽດນາມ ແມ່ນສະຖານທີ່ລົງທຶນດູດດື່ມສຳລັບວິສາຫະກິດ ແລະ ນັກລົງທຶນ ສິງກະໂປ ຍ້ອນມີລະບອບການເມືອງມີສະຖຽນລະພາບ, ແຫຼ່ງກຳມະກອນເປັນຈຳນວນຫຼວງຫຼາຍ. ຫວຽດນາມ ກໍ່ສາມາດສະໜອງແຫຼ່ງທັນຍາຫານທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນ ສິງກະໂປ.

        ຫວຽດນາມ ແລະ ສິງກະໂປ ມີທີ່ຕັ້ງພູມສາດຢູ່ໃກ້ກັນ, ມີເສັ້ນທາງຄົມມະນາຄົມ, ທາງອາກາດ ແລະ ທາງທະເລທີ່ສະດວກ. 2 ປະເທດກໍ່ແມ່ນສະມາຊິກຂອງບັນດາກົນໄກຮ່ວມມືເສດຖະກິດຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນຄື: ອາຊຽນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ຍ້ອນເຫດນັ້ນ, ຫວຽດນາມ ແລະ ສິງກະໂປ ຍັງມືຄວາມສາມາດບົ່ມຊ້ອນ ແລະ ທ່າແຮງບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ຢູ່ທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ເມື່ອເຕື້ອງເຖິງແງ່ຫວັງຮ່ວມມືລະຫວ່າງ ສິງກະໂປ ແລະ  ຫວຽດນາມ, ທ່ານລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ ສິງກະໂປ Tan See Leng, ຖືວ່າ:

        “ບັນດາວິສາຫະກິດ ສິງກະໂປ ພວມມີບາດກ້າວໃຫຍ່ຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ພວມເປີດກວ້າງອອກສູ່ແຂວງ ວິ້ງຟູກ, ບິ່ງເຢືອງ… ທ່າອ່ຽງນີ້ບໍ່ຖືກຊັກຊ້າລົງຍ້ອນໂລກລະບາດໂຄວິດ - 19. ສິງກະໂປ ແລະ ຫວຽດນາມ ພ້ອມກັນກຳນົດບັນດາຂົງເຂດຮ່ວມມືໃໝ່, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ, ທັນຍາຫານ, ກະສິກຳ, ທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ, ການສຶກສາ…”

        ໂດຍອີງໃສ່ບັນດາໝາກຜົນທີ່ພ້ອມກັນບັນລຸໄດ້ໃນໄລຍະເກືອບ 50 ປີແຫ່ງການພົວພັນຮ່ວມມືທາງການທູດ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດໄດ້ຮັບການປັບປຸງແບບພິເສດທີ່ສຸດ. ແລະ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງປະທານາທິບໍດີ ສິງກະໂປ ຈະສ້າງບາດກ້າວຍຸດທະສາດໃນການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ VOV


top