ຂ່າວສານ

ປັບປຸງກົດໝາຍວ່າດ້ວຍທີ່ດິນ ເພື່ອຂຸດຄົ້ນແຫຼ່ງກຳລັງທີ່ດິນຢ່າງມີປະສິດທິຜົນແກ່ການພັດທະນາ

ການປັບປຸງກົດໝາຍວ່າດ້ວຍທີ່ດິນ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເຊິ່ງສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເວົ້າເຖິງໃນວາລະປຶກສາຫາເມື່ອຕອນບ່າຍວັນທີ 21 ກໍລະກົດ ກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022, ດັດປັບໂຄງການສ້າງກົດໝາຍ  ແລະ ລັດຖະບັນຍັດ ປີ 2021.
ທ່ານ ໂຕວັນຕ໊າມ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ (ພາບ: TTXVN)
      ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຕົກລົງ ນຳກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງເຂົ້າໃນ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022 ຂອງສະພາແຫ່ງຊາດ. ທ່ານ ໂຕວັນຕ໊າມ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ ໄດ້ໃຫ້ຄຳເຫັນວ່າ:
        “ກົດໝາຍວ່າດ້ວຍທີ່ດິນ ພວມໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ. ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ຮັບຮອງເອົາຕາມຂັ້ນຕອນໃນ 3 ວາລະປະຊຸມ. ໃນຕົວຈິງ, ທີ່ດິນ ຍັງບໍ່ທັນກາຍເປັນແຫຼ່ງກຳລັງໃຫຍ່ເພື່ອພັດທະນາເສດຖະກິດ - ສັງຄົມ. ແຕ່ຕາມໃບສະເໜີທີ່ຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງທັດສະນະເປີດ: ອາດຈະຍູ້ໄວຄວາມຄືບໜ້າພິຈາລະນາຮັບຮອງເອົາກົດໝາຍດັ່ງກ່າວໃນ 2 ວາລະປະຊຸມ, ແຕ່ ຕາມຂ້າພະເຈົ້າແລ້ວ ຄວນປຶກສາຫາລືຜ່ານ 3 ວາລະປະຊຸມ”.
       ຕາມໃບສະເໜີຂອງລັດຖະບານ, ມີ 11 ກຸ່ມນະໂຍບາຍໄດ້ຮັບການສະເໜີໃຫ້ປັບປຸງ, ເພີ່ມເຕີມ ໃນກົດໝາຍວ່າດ້ວຍທີ່ດິນ.
(ແຫຼ່ງຄັດຈາກ VOV)

top