ຂ່າວສານ

ປັບປຸງກົດໝາຍວ່າດ້ວຍການລົງທຶນໃຫ້ເໝາະສົມ ກັບໄລຍະເຊື່ອມໂຍງເຂົ້າກັບສາກົນ

      ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແມ່ນໜຶ່ງໃນບັນດາຮ່າງກົດໝາຍສຳຄັນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຍູ້ແຮງບັນດາການເຄື່ອນໄຫວລົງທຶນ. 
            ໃນສະພາບການທີ່ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງຕ້ອງມີວິທີການສຳຜັດໃໝ່ໃນການດຶງດູດການລົງທຶນນັ້ນ, ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ໄດ້ຮັບການປຶກສາຫາລືທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14 ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສ້າງກຳລັງພັກດັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງ, ປະກອບສ່ວນປັບປຸງ, ຍົກສູງກຳລັງແກ່ງແຍ້ງຂອງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.
 

(ພາບປະກອບ / VGP)      
      ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແມ່ນມຸ່ງໄປເຖິງການຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການດຶງດູດແຫຼ່ງກຳລັງລົງທຶນຢູ່ພາຍໃນປະເທດ ແລະ ການລົງທຶນຈາກຕ່າງປະເທດ, ສ້າງບັນດາຂໍ້ກຳນົດກ່ຽວກັບຂະແໜງອາຊີບການລົງທຶນ, ດຳເນີນທຸລະກິດທີ່ມີເງື່ອນໄຂໃຫ້ສຳເລັດ, ພ້ອມກັນນັ້ນ ກໍ່ຫລຸດຜ່ອນບາງຂະແໜງອາຊີບທີ່ບໍ່ຈຳເປັນລົງ ເພື່ອແນໃສ່ສືບຕໍ່ຮັບປະກັນການປະຕິບັດສິດເສລີໃນການດຳເນີນທຸລະກິດຂອງປະຊາຊົນ, ວິສາຫະກິດໃນບັນດາຂະແໜງການ, ອາຊີບຢ່າງຄົບຖ້ວນ, ມີຄວາມສະເໝີຕົ້ນສະເໝີປາຍ ເຊິ່ງກົດໝາຍບໍ່ໄດ້ເກືອດຫ້າມ.
ຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດານັກລົງທຶນ
       ເພື່ອຮັບປະກັນໃຫ້ຖືກຕ້ອງຕາມຄວາມໝາຍຂອງເນື້ອໃນຈິດໃຈລັດຖະທຳມະນູນ, ເປີດເຜີຍ, ໂປ່ງໃສ, ຫຼີກລ້ຽງການສວຍໃຊ້ໂອກາດ ເພື່ອອອກໃບອະນຸຍາດຫລາຍປະເພດ, ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ກຳນົດວ່າ ນັກລົງທຶນມີສິດປະຕິບັດການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດໃນບັນດາຂະແໜງການ,ອາຊີບ ເຊິ່ງກົດໝາຍບໍ່ໄດ້ເກືອດຫ້າມ. ຮ່າງກົດໝາຍກໍ່ຍຸບເລີກກ່ວາ 10 ຂະແໜງການ, ອາຊີບລົງທຶນດຳເນີນທຸລະກິດທີ່ມີເງື່ອນໄຂ, ພ້ອມທັງ ປັບປຸງ, ເພີ່ມເຕີມຫລາຍຂະແໜງການ, ອາຊີບ ເພື່ອໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ພຶດຕິກຳຕົວຈິງໃນໃນການຄຸ້ມຄອງລັດ, ຮັບປະກັນລັກສະນະເປັນເອກະພາບກັບກົດໝາຍທີ່ກ່ຽວຂ້ອງສະບັບຕ່າງໆ. ທ່ານ ເຢືອງມິງຕ໊ວນ, ສະມາຊິກສະພາແຫ່ງຊາດແຂວງ ບ່າເຣຍ - ຫວູງເຕົ່າ ຕີລາຄາວ່າ:
        “ເລື່ອງສ້າງມາດຕາທີ 6 ກ່ຽວກັບຂະແໜງການ, ອາຊີບທີ່ເກືອດຫ້າມບໍ່ໃຫ້ລົງທຶນ, ດຳເນີນທຸລະກິດທີ່ລະບຸໃນກົດໝາຍແມ່ນບາດກ້າວຄືບໜ້າ, ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງລັດຖະທຳມະນູນ ແມ່ນປະຊາຊົນທຸກຄົນມີສິດເສລີດຳເນີນທຸລະກິດໃນບັນດາຂະແໜງການ, ອາຊີບ ເຊິ່ງກົດໝາຍບໍ່ໄດ້ເກືອດຫ້າມ.
        ບັນຫາໃຫຍ່ຈຳນວນໜຶ່ງອີກ ເຊິ່ງປະຊາຄົມວິສາຫະກິດມີຄວາມມຸ່ງຫວັງ ໄດ້ມີບາດກ້າວບຸກທະລຸກ່ວາ ໃນຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ໃນຄັ້ງນີ້ ຄືສືບຕໍ່ຮັບປະກັນສິດເສລີ, ຄວາມສະເໝີພາບຂອງວິສາຫະກິດໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ; ປະຕິຮູບ, ຫັນລະບຽບການປະຕິບັດໂຄງການລົງທຶນເປັນງ່າຍດາຍ…ທ່ານນາງ ມາຍທິແອງຕ໊ວຽດ, ສະມາຊິກສະພາແຫ່ງຊາດແຂວງ ອານຢາງ ປະກອບຄຳເຫັນວ່າ:
        “ຮ່າງກົດໝາຍໄດ້ກຳນົດຢ່າງຈະແຈ້ງກ່ວາ ກ່ຽວກັບການປະຕິບັດນະໂຍບາຍບຸລິມະສິດ ຕາມທິດໃຫ້ບຸລິມະສິດພິເສດ ຕ້ອງຮັບປະກັນລັກສະນະມະຫາພາກເປັນປົກກະຕິ. ຄວາມເປັນປົກກະຕິ, ໂປ່ງໃສ ຍັງມີຄວາມໝາຍສຳຄັນທີ່ສຸດ ແລະ ຫຼີກລ້ຽງໄດ້ການຊ້ຳຊ້ອນກັນໃນບັນດາຂໍ້ກຳນົດຂອງກົດໝາຍ. ໄປຄຽງຄູ່ກັນນັ້ນ, ຄວນມີການຈັດແບ່ງແຫຼ່ງກຳລັງ, ດຶງດູດການລົງທຶນຕ້ອງມີການເລືອກເຟັ້ນ, ລະດັບການລົງທຶນລະຫວ່າງບັນດາເຂດພາກບໍ່ຄວນຈັດສັນແບບສະເໝີກັນ. ນອກນັ້ນ, ຄວນສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດລົງທຶນເຂົ້າໂຄງການໃໝ່ຢູ່ບັນດາທ້ອງຖິ່ນ ແຕ່ຕ້ອງມີການຄວບຄຸມຢ່າງແໜ້ນແຟ້ນ.
ຮັບປະກັນບັນດາຄຳໝັ້ນສັນຍາໃນການເຊື່ອມໂຍງສາກົນ
       ບັນດາຂໍ້ກຳນົດກ່ຽວກັບການໃຫ້ສິດທິພິເສດການລົງທຶນຢູ່ໃນຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ໄດ້ສ້າງຂຶ້ນໂດຍອີງໃສ່ເນື້ອໃນຈິດໃຈມະຕິສະບັບເລກທີ 50 ຂອງກົມການເມືອງກ່ຽວກັບການດຶງດູດການລົງທຶນຂອງຕ່າງປະເທດໃນສະພາບການໃໝ່. ບົນພື້ນຖານນັ້ນ, ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ເພີ່ມເຕີມຂໍ້ກຳນົດກ່ຽວກັບບັນຊີລາຍຊື່ຂະແໜງການ, ອາຊີບທີ່ມີການສຳພັດຕະຫລາດທີ່ມີເງື່ອນໄຂ ສຳລັບນັກລົງທຶນຕ່າງປະເທດ. ນອກຈາກບັນຊີລາຍຊື່ດັ່ງກ່າວແລ້ວ, ນັກລົງທຶນຕ່າງປະເທດໄດ້ໝູນໃຊ້ເງື່ອນໄຂສຳພັດຕະຫລາດຄືກັນກັບຂໍ້ກຳນົດສຳລັບນັກລົງທຶນຢູ່ພາຍໃນປະເທດ. ເລື່ອງເພີ່ມເຕີມຂໍ້ກຳນົດດັ່ງກ່າວ ຊ່ວຍຍົກສູງລັກສະນະສາມາດເປັນໄປໄດ້ໃນການໝູນໃຊ້ຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫລາດຂອງ ຫວຽດນາມ ໃຫ້ເໝາະສົມກັບບັນດາສັນຍາການຄ້າເສລີແບບໃໝ່ ແລະ ບັນດາສົນທິສັນຍາສາກົນກ່ຽວກັບການລົງທຶນ, ພ້ອມທັງແກ້ໄຂສະພາບການຂາດຄວາມເຫັນດີເປັນເອກະພາບກັນໃນການໝູນໃຊ້ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃນບັນດາສັນຍາທີ່ມີວິທີການສຳພັດແຕກຕ່າງກັນກ່ຽວກັບການເປີດປະຕູຕະຫລາດ.
        ເພື່ອຫັນລະບຽບການປະຕິບັດການເຄື່ອນໄຫວລົງທຶນຂອງນັກລົງທຶນຕ່າງປະເທດ, ອົງການຈັດຕັ້ງເສດຖະກິດທີ່ມີເງິນທຶນຕ່າງປະເທດເປັນງ່າຍດາຍ, ຮ່າງກົດໝາຍຍັງໄດ້ເພີ່ມເຕີມບາງເນື້ອໃນຄື ບໍ່ຮຽກຮ້ອງໃຫ້ນັກລົງທຶນຕ່າງປະເທດຕ້ອງມີໂຄງການລົງທຶນ ແລະ ໃບຢັ້ງຢືນຈົດທະບຽນການລົງທຶນ  ກ່ອນທີ່ສ້າງຕັ້ງວິສາຫະກິດເລີ່ມຕົ້ນທຸລະກິດປະດິດຄິດສ້າງ ແລະ ກອງທຶນກ່ຽວກັບການລົງທຶນເລີ່ມຕົ້ນທຸລະກິດປະດິດຄິດສ້າງ; ປັບປຸງຂໍ້ກຳນົດກ່ຽວກັບລະບຽບການປະກອບທຶນ, ຊື້ຫຸ້ນ, ທຶນປະກອບຂອງນັກລົງທຶນຕ່າງປະເທດ…ເພື່ອຕີລາຄາລວມກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ), ທ່ານ ຟານດຶກຮຽວ, ຮອງຫົວໜ້າສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງ ຖືວ່າ:
        “ຮ່າງກົດໝາຍໄດ້ສະແດງໃຫ້ເຫັນຈິດໃຈ ແລະ ຄວາມຕັດສິນໃຈຂອງລັດຖະບານ ໃນການລົບລ້າງທຸກສິ່ງກີດຂວາງ ເຊິ່ງມີຜົນສະທ້ອນຕໍ່ການເຄື່ອນໄຫວດຳເນີນທຸລະກິດ. ຂ້າພະເຈົ້າປາດຖະໜາວ່າ ເລື່ອງປັບປຸງກົດໝາຍສະບັບດັ່ງກ່າວ ຈະສ້າງກຳລັງພັກດັນການພັດທະນາເສດຖະກິດ - ສັງຄົມ, ຫັນສິດເສລີໃນການດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງດີກ່ວາ.
        ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນ (ປີ 2015) ໄດ້ຮັບການຕີລາຄາວ່າ ມີຫລາຍເນື້ອໃນຈິດໃຈຂອງການປະຕິຮູບ, ຖ້າຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14 ຈະຊ່ວຍໃຫ້ ຫວຽດນາມ ປັບຕົວໄດ້ດີກ່ວາກັບຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງສາກົນ, ສ້າງກຳລັງໜູນຕື່ມອີກໃຫ້ແກ່ການເຕີບໂຕເສດຖະກິດ ແລະ ສ້າງກຳລັງດູດດື່ມໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນຕື່ມອີກ./.
 (ແຫຼ່ງຄັດຈາກ VOV)


top