ຂ່າວສານ

ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ

ນາຍົກລັດຖະມົນຕີທັງ 2 ທ່ານເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ຄວນເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ...
  ການເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN)N)  

ຕອນເຊົ້າວັນທີ 8 ພະຈິກ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ວັງສັນຕິພາບ ຢູ່ນະຄອນຫຼວງ ພະນົມເປັນ, ແຫ່ງລາຊະອານາຈັກ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Techo Hunsen.

ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງທ່ານຢັ້ງຢືນຄວາມຕັດສິນໃຈປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ນຳການຮ່ວມມືສອງຝ່າຍນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເນັ້ນໜັກຫຼັກການບໍ່ອະນຸຍາດໃຫ້ກຳລັງເປັນປໍລະປັກໃດໆນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອກໍ່ຄວາມເສຍຫາຍເຖິງຄວາມສະຫງົບ ແລະ ຜົນປະໂຫຍດຂອງປະເທດອື່ນ; ຢັ້ງຢືນສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ, ກົນໄກທີ່ມີຢູ່ແລ້ວເພື່ອຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ, ສະກັດກັ້ນບັນດາປະເພດອາດຊະຍາກຳຂ້າມຊາດ, ຍູ້ແຮງການຮ່ວມມືຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປົກປ້ອງພົນລະເມືອງ ຢ່າງມີປະສິດທິຜົນ… ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມລວມເພື່ອຊອກຫາ, ເຕົ້າໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ ກັບຄືນເມືອປະເທດ ແລະ ຊຸກຍູ້ການສົ່ງອັດຖິບັນດານັກຮົບແນວໂຮມສາມັກຄີຊາດ ກູ້ປະເທດ ກຳປູເຈຍ ຈາກ ຫວຽດນາມ ກັບເມືອ ກຳປູເຈຍ.

ນາຍົກລັດຖະມົນຕີທັງ 2 ທ່ານເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ຄວນເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ຕັ້ງໜ້າປະກອບສ່ວນສະໜັບສະໜູນຄວາມສາມັກຄີ, ເປັນເອກະພາບ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ.

  ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານ 11 ສະບັບລະຫວ່າງສອງປະເທດ (ພາບ: VOV)  

ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ສະໜັບສະໜູນບັນດາຝ່າຍປະຕິບັດຖະແຫຼງການກ່ຽວກັບປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ກໍຄືຊຸກຍູ້ກົດແຫ່ງການປະພຶດ (COC) ມີຜົນສັກສິດ, ແທດຈິງ, ເໝາະສົມກັບກົດໝາຍສາກົນຢ່າງເຂັ້ມງວດ, ຄົບຖ້ວນ.

ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານ 11 ສະບັບລະຫວ່າງສອງປະເທດ.

top