ຂ່າວສານ

ປັກ​ກິ່ງ ຕຳ​ໜິ​ຕິ​ຕຽນ​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ ຈີນ

ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຈີນ ໝາວໜິງ ໄດ້ຕຳໜິຕິຕຽນເລື່ອງຫຼາຍປະເທດຈັດວາງຂໍ້ຈຳກັດເຂົ້າເມືອງສຳລັບແຂກທ່ອງທ່ຽວຂອງປະເທດນີ້ ແມ່ນ “ບໍ່ອາດຍອມຮັບໄດ້” ແລະ “ຂາດພື້ນຖານວິທະຍາສາດ”.
ແຂກທ່ອງທ່ຽວຈີນ ຢູ່ສະໜາມບິນສາກົນ Rome-Fiumicino ອີຕາລີ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 03 ມັງກອນ, ຢູ່ ປັກກິ່ງ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຈີນ ໝາວໜິງ ໄດ້ຕຳໜິຕິຕຽນເລື່ອງຫຼາຍປະເທດຈັດວາງຂໍ້ຈຳກັດເຂົ້າເມືອງສຳລັບແຂກທ່ອງທ່ຽວຂອງປະເທດນີ້ ແມ່ນ “ບໍ່ອາດຍອມຮັບໄດ້” ແລະ “ຂາດພື້ນຖານວິທະຍາສາດ”. ທ່ານນາງ ໝາວໜິງ ກ່າວເຕືອນວ່າ ຈີນ ອາດຈະ “ປະຕິບັດບັນດາມາດຕະການໂຕ້ຕອບຄືນ.

ຫວ່າງມໍ່ໆມານີ້, ບັນດາປະເທດ, ໃນນັ້ນມີ ອາເມລິກາ, ການາດາ, ຝລັ່ງ, ຍີ່ປຸ່ນ, ອັງກິດ ໄດ້ຕົກລົງເພີ່ມທະວີການຄວບຄຸມຊາຍແດນສຳລັບແຂກທ່ອງທ່ຽວທີ່ມາຈາກ ຈີນ, ຮຽກຮ້ອງໃຫ້ຕ້ອງມີຜົນກວດເປັນລົບກັບເຊື້ອໄວຣັດ SARS – CoV -2 ໃນສະພາບການທີ່ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ  - 19 ພວມເພີ່ມຂຶ້ນຢູ່ ຈີນ ພາຍຫຼັງປະເທດນີ້ຕົກລົງຫັນໄປສູ່ທິດດຳລົງຊີວິດຮ່ວມກັບພະຍາດນັບແຕ່ວັນທີ 7 ທັນວາ 2022.


top