ຂ່າວສານ

ປັກກິ່ງ (ຈີນ) ປະກາດສະກັດກັ້ນໄດ້ການແຜ່ລະບາດຂອງ ໂລກລະບາດ Covid – 19

      ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 22 ມິຖຸນາ, ທ່ານ ຊູຍເຄືອຈຽນ ໂຄສົກອຳນາດການປົກຄອງນະຄອນ ປັກກິ່ງ ໄດ້ປະກາດວ່າ ນະຄອນນີ້ ສະກັດກັ້ນໄດ້ການແຜ່ລະບາດຂອງໂລກລະບາດ Covid - 19 ໄດ້ແລ້ວ, ແຕ່ສະພາບການຂອງໂລກລະບາດ ຍັງຄົງມີການຜັນແປຢ່າງສັບສົນ. 

ທ່ານ ຊູຍເຄືອຈຽນ ໂຄສົກອຳນາດການປົກຄອງນະຄອນ ປັກກິ່ງ (ພາບ: CCTV)
      ໄລ່ໝົດວັນທີ 21 ມິຖຸນາ, ປັກກິ່ງ ມີຍອດຈຳນວນຜູ້ຕິດເຊື້ອ ພະຍາດ Covid - 19 ແມ່ນ 236 ຄົນພາຍຫຼັງການແຜ່ລະບາດມາເປັນເວລາ 10 ມື້. 43 ເຂດໄດ້ຈັດເຂົ້າບັນຊີລາຍຊື່ບັນດາເຂດທີ່ມີຄວາມສ່ຽງກາງ ແລະ ສູງ. ສິ່ງທີ່ເປັນໜ້າສົນໃຈແມ່ນ, ຜູ້ຕິດເຊື້ອໃໝ່ບາງຄົນໃນຫວ່າງມໍ່ໆມານີ້ ບໍ່ກ່ຽວຂ້ອງເຖິງ ຕະຫຼາດ ຊີນຟາຕີ ແລະ ກໍ່ບໍ່ແມ່ນເປົ້າໝາຍທີ່ສຳຜັດໃກ້ກັບບັນດາຜູ້ຕິດເຊື້ອທີ່ກ່ຽວຂ້ອງເຖິງຕະຫຼາດນີ້. ປະກົດການດັ່ງກ່າວສະແດງໃຫ້ເຫັນວ່າ ໂລກລະບາດ Covid – 19 ບໍ່ພຽງແຕ່ເກີດຂຶ້ນຢູ່ຕະຫຼາດ ຊີນຟາຕີ ເທົ່ານັ້ນ ຫາກຍັງໄດ້ ມີສັນຍານແຜ່ລາມອອກສູ່ເຂດຊຸມຊົນອີກແລ້ວ.
 (ແຫຼ່ງຄັດຈາກ VOV)


top