ຂ່າວສານ

ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັ​ບ​ທະ​ນາ​ຄານ BIDV ປະ​ຈຳ ລາວ

ທະນາຄານ BIDV ຄວນສົມບົດບາດເປັນຂົວເຊື່ອມຕໍ່ການສົ່ງເສີມການລົງທຶນ, ໃຫ້ຄຳປຶກສາການລົງທຶນໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ມີຄວາມຫວັງຢາກມາລົງທຶນ, ດຳເນີນທຸລະກິດຢູ່ ລາວ.

ທະນາຄານ BIDV ຄວນສົມບົດບາດເປັນຂົວເຊື່ອມຕໍ່ການສົ່ງເສີມການລົງທຶນ, ໃຫ້ຄຳປຶກສາການລົງທຶນໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ມີຄວາມຫວັງຢາກມາລົງທຶນ, ດຳເນີນທຸລະກິດຢູ່ ລາວ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ການເຮັດວຽກ. (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ປະຈຳ ລາວ ແລະ ທະນາຄານຮ່ວມທຸລະກິດ ລາວ - ຫວຽດນາມ (LVB)

ທະນາຄານ LVB ໄດ້ສ້າງຕັ້ງແຕ່ວັນທີ 22 ມິຖູນາ ປີ 1999 ມີທຶນຈົດທະບຽນບັນລຸປະມານ 100 ລ້ານ USD. ປັດຈຸບັນ LVB ແມ່ນໜຶ່ງໃນ 3 ອົງການການເງິນໃຫຍ່ທີ່ສຸດຢູ່ ລາວ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນປະຈັກຕາການພັດທະນາຂອງ LVB ໃນຕະຫຼອດໄລຍະ 23 ປີແຫ່ງການເຄື່ອນໄຫວຢູ່ ລາວ, ເຊິ່ງແມ່ນຫົວໜ່ວຍນຳໜ້າໃນການປະກອບສ່ວນໃຫ້ແກ່ງົບປະມານແຫ່ງລັດ ລາວ ໃນຊຸມປີຜ່ານມາ. ຕາມທ່ານປະທານສະພາແຫ່ງຊາດ, ທະນາຄານ BIDV ຄວນສົມບົດບາດເປັນຂົວເຊື່ອມຕໍ່ການສົ່ງເສີມການລົງທຶນ, ໃຫ້ຄຳປຶກສາການລົງທຶນໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ມີຄວາມຫວັງຢາກມາລົງທຶນ, ດຳເນີນທຸລະກິດຢູ່ ລາວ.

ແລະ ກໍ່ໃນຕອນບ່າຍວັນທີ 15 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບປະຊາຄົມວິສາຫະກິດ ຫວຽດນາມ ປະຈຳ ລາວ.

(ແຫຼ່ງຄັດຈາກ VOV)


top