ທ່ານ Warsh, ອາຍຸ 55 ປີ, ຈະແທນໃຫ້ທ່ານ Jerome Powell ໃນເດືອນພຶດສະພາຈະມາເຖິງ.
ທ່ານ Kevin Warsh (ພາບ: REUTERS/Brendan McDermid)
ວັນທີ 30 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump ປະທານາບໍດີ ອາເມລິກາ ໄດ້ສະເໜີທ່ານ Kevin Warsh, ອະດີດຜູ້ວ່າການທະນາຄານກາງ ອາເມລິກາ (Fed), ເຂົ້າດຳລົງຕຳແໜ່ງປະທານທະນາຄານກາງ ອາເມລິກາ. ໃນແຈ້ງການເອົາລົງພື້ນຖານ Truth Social, ທ່ານປະທານາທິບໍດີ ໃຫ້ຮູ້ວ່າ: ທ່ານໄດ້ຮູ້ຈັກທ່ານ Warsh ໃນເວລາຍາວນານ ແລະ ເຊື່ອໝັ້ນວ່າ ທ່ານຈະກາຍເປັນໜຶ່ງໃນບັນດາປະທານ Fed ດີເດັ່ນທີ່ສຸດໃນປະຫວັດສາດ. ທ່ານຖືວ່າ: ທ່ານ Warsh ຈະເປັນ “ແບບຢ່າງທີ່ດີເລີດ” ແລະ ຍາກທີ່ຈະກໍ່ຄວາມເສຍຫວັງໄດ້.
ຖ້າໄດ້ຮັບການຮັບຮອງເອົາຈາກສະພາສູງ ອາເມລິກາ, ທ່ານ Warsh, ອາຍຸ 55 ປີ, ຈະແທນໃຫ້ທ່ານ Jerome Powell ໃນເດືອນພຶດສະພາຈະມາເຖິງ. ທ່ານ Kevin Warsh ມີປະສົບການເຮັດວຽກຢູ່ Fed ກ່ອນນີ້ ແລະ ປະຈຸບັນ, ທ່ານເປັນນັກຄົ້ນຄ້ວາຢູ່ສະຖາບັນ Hoover ແລະ ເປັນຄູສອນຢູ່ໂຮງຮຽນດຳເນີນທຸລະກິດຫຼັງມະຫາວິທະຍາໄລ Stanford.