ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ ແຕ່ງຕັ້ງທ່ານ Modi ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ໃນ 2 ອາຍຸການຜ່ານມາ, ພາຍໃຕ້ການນຳພາຂອງທ່ານ Modi, ລັດຖະບານ ອິນເດຍ ບັນລຸໄດ້ລະດັບການພັດທະນາຢ່າງໄວວາ.
(ພາບ: Reuters)

ຕອນຄ່ຳວັນທີ 7 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານ Droupadi Murmu ປະທານາທິບໍດີ ອິນເດຍ ແຕ່ງຕັ້ງທ່ານ Narendra Modi ການນຳສະຫະພັນປະຊາທິປະໄຕແຫ່ງຊາດ (NDA)  ເປັນນາຍົກລັດຖະມົນຕີ  ແລະ ສະເໜີໃຫ້ທ່ານສ້າງຕັ້ງລັດຖະບານໃໝ່ ເພື່ອສາບານຕົວເຂົ້າດຳລົງຕຳແໜ່ງໃນຕອນຄ່ຳຂອງວັນທີ 9 ມິຖຸນາ. ທ່ານປະທານາທິບໍດີ Murmu ໄດ້ມອບຈົດໝາຍແຕ່ງຕັ້ງໃຫ້ແກ່ທ່ານ Modi ຢູ່ທຳນຽບປະທານາທິບໍດີຢູ່ນະຄອນຫຼວງ New Delhi.

ພາຍຫຼັງການພົບປະກັບທ່ານປະທານາທິບໍດີ, ທ່ານ Modi ໄດ້ກ່າວຄຳເຫັນກັບວົງການສື່ມວນຊົນຢູ່ທຳນຽບປະທານາທິບໍດີ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງລັດຖະບານ ອິນເດຍ ໃນ 2 ອາຍຸການຜ່ານມາ ພາຍໃຕ້ການນຳພາຂອງທ່ານ ບັນລຸໄດ້ລະດັບການພັດທະນາຢ່າງໄວວາ ແລະ ໄດ້ເຫັນປະຈັກຕາການປ່ຽນແປງໃນທຸກຂົງເຂດ, ໃນນັ້ນ, ມີເລື່ອງນຳ ປຊຊ ອິນເດຍ 250 ລ້ານຄົນ ຫລຸດພົ້ນອອກຈາກຄວາມທຸກຍາກ.


top