ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ພວມ​ພິດ​ຈາ​ລະ​ນາ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ແລະ ພາ​ສີ​ອາ​ກອນ ​ທີ່​ມີ​ຕໍ່ ລັດ​ເຊຍ

ທ່ານ Donal Trump ໄດ້ຂຽນວ່າ: ອາເມລິກາ ຈະພິດຈາລະນາຢ່າງເຂັ້ມງວດບັນດາມາດຕະການລົງໂທດທະນາຄານທີ່ມີຂອບຂະໜາດໃຫ່ຍ...
(ພາບ: TTXVN)

ວັນທີ 7 ມີນາ, ສຳນັກຂ່າວສານ ລັດເຊຍ INTERFAX ໄດ້ໃຫ້ຂ່າວວ່າ ປະທານາທິບໍດີ ອາເມລິກາ Donald Trump ພວມພິດຈາລະນາຄວາມອາດສາມາດຈັດວາງບັນດາມາດຕະການລົງໂທດ ແລະ ພາສີອາກອນ ທີ່ມີຕໍ່ ລັດເຊຍ ເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ ຢູແກນ. ໃນສື່ສັງຄົມອານລາຍ Truth Social, ທ່ານ Donal Trump ໄດ້ຂຽນວ່າ: ອາເມລິກາ ຈະພິດຈາລະນາຢ່າງເຂັ້ມງວດບັນດາມາດຕະການລົງໂທດທະນາຄານທີ່ມີຂອບຂະໜາດໃຫ່ຍ ກໍ່ຄືບັນດາຄຳສັ່ງລົງໂທດ ແລະ ພາສີອາກອນອື່ນໆ ຕໍ່ ລັດເຊຍ, ຈົນຮອດເວລາບັນລຸໄດ້ຄຳສັ່ງຢຸດຍິງ ແລະ ມາດຕະການສັນຕິພາບສຸດທ້າຍ. ທ່ານ ກໍ່ຮຽກໃຫ້ ລັດເຊຍ ແລະ ຢູແກຼນ ຈົ່ງເລີ່ມການເຈລະຈາໃນທັນທີ, ຖ້າບໍ່ດັ່ງນັ້ນກໍ່ຈະສາຍໄປໄກ.


top