ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ D. Trump ເຊັນ​ລັດ​ຖະ​ດຳ​ລັດປ່ຽນ​ຊື່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເປັນ​ກະ​ຊວງ​ສົງ​ຄາມ

ທ່ານ Trump ຢືນຢັນວ່າ: “ນີ້ແມ່ນການປ່ຽນແປງສຳຄັນທີ່ສຸດ”.
(ພາບ: REUTERS/Brian Snyder)

ວັນທີ 5 ກັນຍາ, ທ່ານ D. Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດສະບັບໜຶ່ງເພື່ອປ່ຽນຊື່ກະຊວງປ້ອງກັນປະເທດ ເປັນກະຊວງສົງຄາມ. ກ່າວຄຳເຫັນໃນພິທີເຊັນລັດຖະດຳລັດ, ທ່ານ Trump ຢືນຢັນວ່າ: “ນີ້ແມ່ນການປ່ຽນແປງສຳຄັນທີ່ສຸດ”. ທ່ານ Pete Hegseth Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊົມເຊີຍການປ່ຽນແປງນີ້ ແລະ ຖືວ່າ ອາເມລິກາ ຈະບຸກໂຈມຕີ ຫາກບໍ່ພຽງແຕ່ໄດ້ປ້ອງກັນເທົ່ານັ້ນ.

  ຕາມທຳນຽບຂາວແລ້ວ, ລັດຖະດຳລັດສະບັບໃໝ່ ອະນຸຍາດໃຫ້ທ່ານລັດຖະມົນຕີ Hegseth ແລະ ບັນດາເຈົ້າໜ້າທີ່ຂັ້ນລຸ່ມ ນຳໃຊ້ບັນດາຕຳແໜ່ງຄື: ລັດຖະມົນຕີກະຊວງສົງຄາມ, ຮອງລັດຖະມົນຕີກະຊວງສົງຄາມ ໃນບັນດາເອກະສານ ແລະ ການຕິດຕໍ່ພົວພັນທາງການ.


top