ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ພ້ອມກັບຄະນະຕິດຕາມກວດກາ ໄດ້ການເຮັດວຽກກັບກຳມະທິການເລືອກຕັ້ງແຂວງ ດົ່ງທາບ ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ຕອນເຊົ້າວັນທີ 31 ມັງກອນ, ຢູ່ແຂວງດົງທາບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ພ້ອມກັບຄະນະຕິດຕາມກວດກາ ໄດ້ການເຮັດວຽກກັບກຳມະທິການເລືອກຕັ້ງແຂວງ ດົ່ງທາບ ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ:
ຕ້ອງເຊື່ອມຊືມ, ປະຕິບັດບັນດາເນື້ອໃນຄຳເຫັນຊີ້ນຳສຳຄັນຂອງສະຫາຍເລຂາທິການໃຫຍ່ ໂຕເລິມຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຜັນຂະຫຍາຍການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢ່າງຄົບຖ້ວນ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດ, ເລືອກເອົາຜູ້ດີເດັ່ນກ່ຽວກັບຄຸນສົມບັດ ແລະ ຄວາມເກັ່ງກ້າສາມາດ; ສົມກັບເປັນຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ, ຄາດຫວັງ ແລະ ສິດເປັນເຈົ້າຂອງປະຊາຊົນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.