ຂ່າວສານ

ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ​ ຫງວຽນ​ທິ​ກິມ​ເງິ​ນ ໃຫ້​ການ​ຕ້ອນ​ຮັ​ບ ລ​າ​ຊະ​ທິ​ດາ Victoria Ingrid Alice Desiree ຂອງ ຊູ​ແອດ

ລາຊະທິດາ Victoria Ingrid Alice Desiree ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້ມີການເຂົ້າຮ່ວມຂອງ ວິສາຫະກິດ ຊູແອດກ່ວາ 50 ແຫ່ງ, ເພື່ອແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງ ສອງປະເທດ.

ລາຊະທິດາ Victoria Ingrid Alice Desiree ຂອງ ຊູແອດ  ແລະ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ(ພາບ: ຈ້ອງດຶກ/TTXVN)

ວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບ ລາຊະທິດາ Victoria Ingrid Alice Desiree ຂອງ ຊູແອດ ເຊິ່ງພວມຢ້ຽມຢາມ ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຂອງລາຊະທິດາຈະປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຊູແອດເລິກເຊິ່ງກ່ວາອີກ, ພິເສດແມ່ນເມື່ອສອງປະເທດພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແມ່ນຂົວເຊື່ອມຕໍ່ລະຫວ່າງ ຊູແອດ ແລະ ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN)

        ສ່ວນລາຊະທິດາ Victoria Ingrid Alice Desiree ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້ມີການເຂົ້າຮ່ວມຂອງ ວິສາຫະກິດ ຊູແອດກ່ວາ 50 ແຫ່ງ, ເພື່ອແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງ ສອງປະເທດ. ຫວຽດນາມ ມີທີ່ຕັ້ງສຳຄັນໃນພາກພື້ນ, ນີ້ກໍ່ແມ່ນໂອກາດອັນໃຫຍ່ຫຼວງໃຫ້ແກ່ວິສາຫະກິດ ຊູແອດ ໃນການແຊກຊຶມເຂົ້າໃນຕະຫຼາດ ອາຊຽນ

        ສອງຝ່າຍລ້ວນແຕ່ຖືວ່າ ສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA)ທີ່ໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນນັ້ນຈະນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ - ຊູແອດ.

(ແຫຼ່ງຄັດຈາກ VOV)



top