ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ປະ​ທານ​ສະ​ພາ​ຕ່ຳ ຟີ​ລິບ​ປິນ

ຕອນເຊົ້າວັນທີ 23 ພະຈິກ, ພາຍຫຼັງພິທີຕ້ອນຮັບຢູ່ສຳນັກງານສະພາຕ່ຳ ຟີລິບປິນ, ທີ່ນະຄອນຫຼວງ ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະ ກັບທ່ານປະທານສະພາຕ່ຳ ຟີລິບປິນ Martin Romualdez.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະ ກັບທ່ານປະທານສະພາຕ່ຳ ຟີລິບປິນ Martin Romualdez  

ທີ່ການພົບປະ, ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດໃນບັນດາຂົງເຂດຄື: ການເມືອງ - ການຕ່າງປະເທດ, ການຄ້າ - ການລົງທຶນ…ທ່ານປະທານສະພາຕ່ຳຟີລິບປິນ ໄດ້ສະແດງຄວາມຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍອຸປະກອນການແພດໃຫ້ແກ່ຟີລິບປິນໃນໄລຍະເກີດໂລກລະບາດໂຄວິດ - 19 ແລະ ຍາມໃດກໍ່ ເປັນຄູ່ຮ່ວມມືສະໜອງເຂົ້າສານທີ່ໄວ້ເນື້ອເຊື່ອໃຈ, ເປັນປົກກະຕິໃນສະພາບທີ່ເກີດວິກິດການທັນຍາຫານທົ່ວໂລກ, ທ່ານຫວັງວ່າ ຟີລິບປິນ ອາດຈະສົ່ງອອກສິນຄ້າມາຫວຽດນາມຫຼາຍກ່ວາ.

ກໍ່ທີ່ການພົບປະ, ຕໍ່ໜ້າການເປັນສັກຂີພິຍານຂອງບັນດາສະມາຊິກລັດຖະສະພາສອງປະເທດ, ຜູ້ຕາງໜ້າສະພາຕ່ຳຟີລິບປິນ ໄດ້ກ່າວມະຕິວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງ ຟີລິບປິນ ແລະ ຫວຽດນາມ, ຮັບຮອງເອົາການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຟີລິບປິນ - ຫວຽດນາມ.


top