ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ: ປ່ຽນ​ແປງ​ໃໝ່​ຢ່າ​ງແຮງໃນ​ຈິນ​ຕະ​ນາ​ການ ແລະ ວິ​ທີ​ເຮັດ

ປີ 2023, ສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວກ່ວາອີກ.
  ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ (ພາບ: TTXVN)  

 

“ປ່ຽນແປງໃໝ່ຢ່າງແຮງໃນຈິນຕະນາການ ແລະ ວິທີເຮັດ” ແມ່ນສານທີ່ຈະແຈ້ງ ໃນເນື້ອໃນການຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ຂອງທ່ານແ ກ່ອນບຸນປີໃໝ່ ປີແມວ 2023.

  ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ຖືວ່າ, ປີ 2022, ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາອົງການຂຶ້ນກັບຄະນະປະຈຳສະພາແຫ່ງຊາດ ແລະ ສສຊ ແຕ່ລະທ່ານ ໄດ້ຕັ້ງໜ້າ, ມານະພະຍາຍາມ, ສາມັກຄີ, ປ່ຽນແປງໃໝ່ວິທີການເຄື່ອນໄຫວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນວິວັດການຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ ແລະ  ຟຶ້ນຟູ, ພັດທະນາເສດຖະກິດສັງຄົມ. ປີ 2022 ກໍ່ແມ່ນປີແຫ່ງຂີດໝາຍ ຊື່ງສະພາແຫ່ງຊາດນັບມື້ນັບໄດ້ປ່ຽນແປງໃໝ່ດ້ານຈິນຕະນາການ ແລະ ວິທີປະຕິບັດວຽກງານຕິດຕາມກວດກາຢ່າງແຮງ.

   ປີ 2023, ເສີມຂະຫຍາຍບັນດາຜົນງານ ແລະ ບົດຮຽນໃນ 77 ປີຜ່ານມາ, ສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວກ່ວາອີກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງປະເທດຊາດໃນໄລຍະໃໝ່ໃຫ້ເປັນຢ່າງດີທີ່ສຸດ.


top