ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຢ້​ຽມ​ຢາມ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈໍາ ຟີ​ລິບ​ປິນ

ໃນຂອບເຂດການຢ້ຽມຢາມ ສາທາລະນະລັດຟີລິບປິນ ຢ່າງເປັນທາງການ, ຕອນຄ່ຳວັນທີ 24 ພະຈິກ, ຢູ່ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ ປະຈຳ ຟີລິບປີນ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຖ່າຍຮູບພ້ອມກັບພະນັກງານສະຖານທູດ  
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ແຈ້ງໃຫ້ຮູ້ກ່ຽວກັບບັນດາໝາກຜົນພົ້ນເດັ່ນຂອງການຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ ແລະ ຈາກການຢ້ຽມຢາມໃນຄັ້ງນີ້, ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳຟີລິບປິນ ມີໂທລະເລກລາຍງານທາງການ ເພື່ອສືບຕໍ່ຊຸກຍູ້ການພົວພັນສອງປະເທດ. ກ່ອນອື່ນໝົດ, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Zubiri ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ທ່ານປະທານສະພາສູງ ຟີລິປີນ Juan Miguel Zubiri ກໍ່ໄດ້ຢືນຢັນຄຳເຊື້ອເຊີນຢ້ຽມຢາມ ຫວຽດນາມ ໃນປີ 2023. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ສະຖານທູດ ຕ້ອງສ້າງພື້ນຖານຂໍ້ມູນຂ່າວສານ, ສ້າງປະຊາຄົມຊາວຫວຽດນາມ ຢູ່ຟີລິບປິນ ໃນປີ 2023 ໂດຍໄວ. ທ່ານ ເວືອງດິ່ງເຫວະ ສະເໜີພະນັກງານສະຖານທູດ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເຖິງແມ່ນວ່າຢູ່ຕຳແໜ່ງວຽກງານໃດກໍ່ຕ້ອງຄິດວ່າກຳລັງປະຕິບັດພາລະກຳແຫ່ງຊາດ, ເຮັດສິ່ງທີ່ມີປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ບ້ານເມືອງ.

top