ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​​​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr

ຕອນບ່າຍວັນທີ 30 ມັງກອນ, ຢູ່ຫໍສະພາແຫ່ງຊາດ ຫຽດນາມ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ເຊິ່ງພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນFerdinand Romualdez Marcos Jr (ພາບ: VOV)

ນະທີ່ນີ້, ການນຳສອງທ່ານໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືລັດຖະສະພາ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ, ພັກ, ສະພາແຫ່ງຊາດ, ລັດຖະບານ, ພົວພັນແລກປ່ຽນປະຊາຊົນ, ໃນນັ້ນ ມີຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສອງປະເທດ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຄະນະຜູ້ແທນລັດຖະສະພາ ຟີລິບປິນ ມາຢ້ຽມຢາມ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນປະສົບການ; ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະບັບຕ່າງໆທີ່ໄດ້ລົງນາມແລ້ວໃຫ້ເປັນຢ່າງດີ.

ການນຳສອງທ່ານກໍເນັ້ນໜັກວ່າ ສອງປະເທດຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາຂອບເຂດຮ່ວມມືຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ, ເຊີດຊູບົດບາດເປັນໃຈກາງຂອງ ອາຊຽນ ແລະ ມີທັດສະນະລວມກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຢູ່ພາກພື້ນ.


top