ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມ IPU – 150, ຢ້ຽມ​ຢາມ ສ.ອູ​ເບ​ກິດ​ສະ​ຖານ ຢ່າງ​ເປັນ​ທາງ​ການ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສ.ອູເບກິດສະຖານ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU – 150).

ທ່ານປະທານສະພາແຫ່ງຊາດ ແລະ ພັນລະຍາໄດ້ອອກຈາກນະຄອນຫຼວງ Yerevan, ເດີນທາງໄປຍັງ ອູເບກິດສະຖານ (ພາບ:TTXVN)

ພາຍຫຼັງສິ້ນສຸດການຢ້ຽມຢາມ ສ.ອາກເມນີ ຢ່າງເປັນທາງການ, ຕອນບ່າຍວັນທີ 05 ເມສາ (ຕາມເວລາ ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສ.ອູເບກິດສະຖານ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU – 150). ການຢ້ຽມຢາມ ໄດ້ດຳເນີນຕາມຄຳເຊີນຂອງທ່ານປະທານ IPU, Tulia Ackson; ທ່ານເລຂາທິການໃຫຍ່ IPU, Martin Chungong ແລະ ທ່ານປະທານສະພາສູງ ອູເບກິດສະຖານ, Tanzila Narbaeva, ແຕ່ວັນທີ 05 ຫາວັນທີ 08/4.

ກ່ອນໜ້ານັ້ນ, ການຢ້ຽມຢາມ ສ.ອາກເມນີ ແຕ່ວັນທີ 02 – 04 ເມສາ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທັງເໝິນ ແລະ ພັນລະຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ແລະ ບັນດາການນຳຂັ້ນສູງຂອງ ອາກເມນີ ໄດ້ແລກປ່ຽນກ່ຽວກັບການກຳນົດທິດໃຫຍ່ ເພື່ອແນໃສ່ຂຸດຄົ້ນບັນດາຂົງເຂດທີ່ຍັງມີກຳລັງບົ້ມຊ້ອນ ເພື່ອນຳການພົວພັນສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ. ພິເສດ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ - ອາກເມນີ, ສ້າງກອບນິຕິກຳໃຫ້ແກ່ການເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດໃນໄລຍະຈະມາເຖິງ.


top