ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນຳຂອງສະພາແຫ່ງຊາດກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນແຫ່ງຊາດ ແລະ ຄະນະຊີ້ນຳການຫັນເປັນດີຈີຕອນຂອງສະພາແຫ່ງຊາດ.
ບັນຍາກາດການເຮັດວຽກ (ພາບ: VOV)
ເມື່ອກ່າວຄຳເຫັນທີ່ວາລະເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ: ການຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນການລົງທຶນດ້ານຊອັບແວ, ລະບົບ ຫຼື ພື້ນຖານເຕັກໂນໂລຢີເທົ່ານັ້ນ ຫາກຍັງຕ້ອງສ້າງການປ່ຽນແປງຢ່າງແທ້ຈິງໃນແບບວິທີເຮັດວຽກ, ຄຸນນະພາບການເປັນເສນາທິການ, ປະສິດທິຜົນການເຄື່ອນໄຫວ. ການຫັນເປັນດີຈີຕອນ ບໍ່ແມ່ນຄຳຂວັນເທົ່ານັ້ນ ຫາກຕ້ອງເຮັດຢ່າງແທ້ຈິງ, ນຳເຂົ້າໃຊ້ການຢ່າງມີປະສິດທິຜົນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ກ່ຽວກັບການໝູນໃຊ້ປັນຍາປະດິດ (AI) ໃນໄລຍະ 2026 – 2027, ທ່ານປະທານສະພາແຫ່ງຊາດກໍຮຽກຮ້ອງໃຫ້ສ້າງລະບົບນິເວດການຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ, ເຊື່ອມຕໍ່ສະພາແຫ່ງຊາດ ກັບບັນດາລັດຖະສະພາໃນໂລກ ແລະ ປະຊາຄົມ AI ຢູ່ ຫວຽດນາມ.
“ຄຳຖາມຕັ້ງມາແມ່ນ ໃນໄລຍະຈະມາເຖິງ ຕ້ອງເຮັດຫຍັງແດ່, ເຮັດຄືແນວໃດ ເພື່ອຫັນເປັນດີຈີຕອນ, ໝູນໃຊ້ປັນຍາປະດິດ (AI) ຢ່າງແທ້ຈິງກວ່າ, ດີກວ່າອີກ. ຖ້າເຮັດສິ່ງດັ່ງກ່າວໄດ້ເປັນຢ່າງດີ ພວກເຮົາຈຶ່ງຈະແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການໄດ້”.