ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ ຢ່າງ​ຈົບ​ງາມ

ຕອນ​ບ່າຍ​ວັນ​ທີ 15 ຕຸ​ລາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນ ຊີອານ, ແຂວງ ເສິນ​ຊີກັບ​ຄືນເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຈີນ​ຢ່າງ​ເປັນ​ທາງ​ການ.
  ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ ຢ່າງ​ຈົບ​ງາມ. (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 15 ຕຸ​ລາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນ ຊີອານ, ແຂວງ ເສິນ​ຊີກັບ​ຄືນເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຈີນ​ຢ່າງ​ເປັນ​ທາງ​ການ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ ​ທົ່ວ​ປະ​ເທດ ຈີນ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເຈົ້າເລີ້ຈີ້ ກຳ​ມະ​ການ​ຄະ​ນະ​ປະ​ຈຳ ສະ​ພາຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ຈີນ.

ທີ່​ການ​ຢ້ຽມ​ຢາມ, ຢູ່​ປັກ​ກິ່ງ, ທ່ານ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫຼີຊຽງ, ທ່ານ ຫວາງຮູ້ໜິງ ​ກຳ​ມະ​ການ ສະພາປຶກສາການເມືອງປະຊາຊົນຈີນ, ພົບ​ປະເຈ​ລະ​ຈາ​ກັບ​ທ່ານ ເຈົ້າເລີ້ຈີ້ ປະ​ທານ​ຄະ​ນະ​ປະ​ຈຳ ສະ​ພາຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດຈີນ ແລະ ເປັນ​ປະ​ທານ​ຮ່ວມກອງ​ປ​ະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ແລະ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ຈີນ, ຕ້ອນ​ຮັບ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ ຈີນ.


top