ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ຜູ້​ແທນ​ທ້ອງ​ຖິ່ນ ອິ​ນ​ໂດ​ເນ​ເຊຍ

ຕອນບ່າຍວັນທີ 10 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາຜູ້ແທນທ້ອງຖິ່ນ ອິນໂດເນເຊຍ, Yorrys Raweyai.
ບັນຍາກາດການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ ອິນໂດເນເຊຍ ອຳນວຍຄວາມສະດວກໃຫ້ສິນຄ້າຂອງ ຫວຽດນາມ ໄດ້ເຂົ້າຕະຫຼາດ ອິນໂດເນເຊຍ; ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ໃນປີ 2028; ຊຸກຍູ້ການຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນອາຊີບຫາປາ ຢ່າງມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສິນໃນນ້ຳ, ພັດທະນາອາຊີບຫາປ່າ ແລະ ປູກລ້ຽງສິນໃນນ້ຳແບບຍືນຍົງ.

        ສ່ວນທ່ານຮອງປະທານສະພາຜູ້ແທນທ້ອງຖິ່ນ Yorrys Raweyai ປາດຖະໜາວ່າ ສອງຝ່າຍເພີ່ມທະວີການຮ່ວມມືການຄ້ຳປະກັນດ້ານສະບຽງອາຫານ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ວິທະຍາສາດເຕັກໂນໂລຢີ ແລະ ພັດທະນາແບບຍືນຍົງ.

        ກ່ຽວກັບການຮ່ວມມືລະຫວ່າງສອງອົງການສ້າງກົດໝາຍ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື, ການພົບປະແລກປ່ຽນ, ແບ່ງປັນບົດຮຽນປະສົບການລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ, ບັນດາສະມາຊິກລັດຖະສະພາໜຸ່ມ, ບໍ່ພຽງແຕ່ໃນບັນດາບັນຫາກົດໝາຍ, ລະບອບລະບຽບການເທົ່ານັ້ນ, ຫາກຍັງສຳລັບບັນດາບັນຫາທີ່ມີລັກສະນະທົ່ວໂລກຄື: ຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...


top