ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ

ພາຍຫຼັງມາຮອດອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິນເດຍ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ຕອນບ່າຍວັນທີ 15 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຮອດສະໜາມບິນ ທະຫານ Palam, New Delhi ເລີ່ມຕົ້ນການຢ້ຽມຢາມ ອິນເດຍຢ່າງເປັນທາງການຕາມຄຳເຊື້ອເຊີນຂອງປະທານສະພາຕ່ຳ ແລະ ສະພາສູງອິນເດຍທ່ານ Om Birla ແລະ ທ່ານ Venkaiah Naidu ໃນລະຫວ່າງວັນທີ 15 - 19 ທັນວາ.

ພາຍຫຼັງມາຮອດອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິນເດຍ.

ຄາດວ່າ, ໃນການຢ້ຽມຢາມອິນເດຍຢ່າງເປັນທາງການນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະມີການພົບປະ ກັບທ່ານປະທານສະພາຕ່ຳອິນເດຍ, ທ່ານປະທານສະພາສູງ, ທ່ານຮອງປະທານາທິບໍດີ ອິນເດຍ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ, ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ… ນອກຈາກນັ້ນຍັງມີບາງການເຄື່ອນໄຫວຂອງຜູ້ຕາງໜ້າລັດຖະບານ ແລະ ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)


top