ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ

ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ຢັ້ງຢືນວ່າ ການພົວພັນກັບ ອາຊຽນ ແມ່ນແກ່ນສານຂອງບັນດາເວທີປາໄສ, ກົນໄກຮ່ວມມືລະຫວ່າງ ຊາດ. ອາຊຽນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນການບຸລິມະສິດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ໃຫ້ຕ້ອນຮັບທ່ານ  Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ

ຕອນບ່າຍວັນທີ 27 ພະຈິກ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ  Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດງານທາງການທູດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການຊຸກຍູ້ ແລະ ພັດທະນາການພົວພັນກັບ ລັດເຊຍ ຫຼາຍທີ່ສຸດ ບົນຈິດໃຈແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາງຫງວຽນທິກິມເງິນ ໃຫ້ຮູ້ວ່າ ໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ແລະ ປະທານ AIPA 41 ຫວຽດນາມສືບຕໍ່ ສະໜັບສະໜູນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ລັດເຊຍ. ທ່ານ ນາງປາດຖະໜາວ່າສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດ ແລະ ແກ້ໄຂບັນດາບັນຫາຂອງ ແຕ່ລະປະເທດໃຫ້ສອດຄອງກັບຜົນປະໂຫຍດລວມຂອງສອງປະເທດ.

        ສ່ວນທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ຢັ້ງຢືນວ່າ ການພົວພັນກັບ ອາຊຽນ ແມ່ນແກ່ນສານຂອງບັນດາເວທີປາໄສ, ກົນໄກຮ່ວມມືລະຫວ່າງ ຊາດ. ອາຊຽນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນການບຸລິມະສິດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ, ພ້ອມກັນມີທັດສະນະ ແລະ ແບ່ງປັນວິທີສຳຜັດຂອງລັດເຊຍກ່ຽວກັບການສ້າງຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງເປີດ, ຍຸຕິທຳ, ສະເໝີພາບ ແລະ ບໍ່ແຍກອອກຈາກກັນຢູ່ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)


top