ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼິ Kim Jin Pyo ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ແລະ ບັນດາສະມາຊິກໃນຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.
  ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo (ພາບ: TTXVN)  

ຕອນເຊົ້າວັນທີ 18 ມັງກອນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ໄດ້ອອກຈາກນະຄອນຫຼວງຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນທາງການ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ໃນລະຫວ່າງວັນທີ 12 – 18 ມັງກອນ.

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ       Kim Jin Pyo ແລະ ບັນດາສະມາຊິກໃນຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

ທີ່ການພົບປະເຈລະຈາ ຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການພົວພັນສອງຝ່າຍໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໂດຍຢັ້ງຢືນວ່າ ສ.ເກົາຫຼີ ຖືເປັນສຳຄັນຕໍ່ຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນຍຸດທະສາດ ແລະ ຂໍ້ລິເລີ່ມໃໝ່ກັບພາກພື້ນ. ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເພື່ອໃຫ້ການພົວພັນສອງປະເທດ ມີການພັດທະນາຢ່າງເຂັ້ມແຂງ, ມີປະສິດທິຜົນໃນໄລຍະທາງ 30 ປີຈະມາເຖິງຢ່າງບໍ່ຢຸດຢັ້ງ.


top