ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ຢັ້ງຢືນ ບັນດາໝາກຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໃນໄລຍະຜ່ານມາມີການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດຂອງອົງການສື່ມວນຊົນ, ບັນດານັກຂ່າວ, ບັນນາທິການ, ນັກຖ່າຍທຳ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານການພົບປະກັບອົງການສື່ມວນຊົນ ຫວຽດນາມ (ພາບ: VOV)
ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ(21/6/1925-21/6/2025), ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານການໂອ້ລົມສົນທະນາ, ພົບປະກັບອົງການສື່ມວນຊົນ ຫວຽດນາມ.
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ຢັ້ງຢືນ ບັນດາໝາກຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໃນໄລຍະຜ່ານມາມີການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດຂອງອົງການສື່ມວນຊົນ, ບັນດານັກຂ່າວ, ບັນນາທິການ, ນັກຖ່າຍທຳ. ສື່ມວນຊົນໄດ້ນຳສະພາແຫ່ງຊາດຫຍັບໃກ້ກັບຜູ້ມີສິດເລືອກຕັ້ງຢ່າງແທ້ຈິງ ແລະ ນຳເອົາສະພາບການດຳລົງຊີວິດ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງມາກອງປະຊຸມຂອງສະພາແຫ່ງຊາດ.ພິເສດ, ສື່ມວນຊົນໄດ້ສ່ອງແສງຢ່າງຮອບດ້ານບັນດາບັນຫານັບແຕ່ເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມຕະຫຼອດຮອດວຽກງານການຕ່າງປະເທດ, ກໍ່ສ້າງພັກ, ປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟຸມເຟືອຍ, ການປະຕິວັດປັບປຸງສັບຊ້ອນການຈັດຕັ້ງພະນັກງານ, ຫົວໜ່ວຍບໍລິຫານ.
ໃນໄລຍະຈະມາເຖິງ, ເພື່ອໃຫ້ໜັງສືພິມສືບຕໍ່ເສີມຂະຫຍາຍບົດບາດ, ສະແດງຈິດໃຈປ່ຽນແປງໃໝ່, ຄວາມຮັບຜິດຊອບ, ຖະແຫຼງຂ່າວເຖິງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດໃຫ້ເປັນຢ່າງດີ, ປະທານສະພາແຫ່ງຊາດ ສະເໜີຕ້ອງໂຄສະນາກ່ຽວກັບບັນດາເຫດການສຳຄັນຍິ່ງຂອງປະຊາຊົນໃຫ້ເປັນຢ່າງດີກ່ວາອີກ. ບັນດາອົງການສື່ມວນຊົນ ຕ້ອງປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງປະເທດຊາດ.