ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກຳປູເຈຍ ໂດຍທ່ານປະທານ Heng Samrin ນຳໜ້າ ຈະໄປຢ້ຽມຢາມສັນຖະວະໄມຕີ ຫວຽນາມ ຢ່າງເປັນທາງການ ແຕ່ວັນທີ 12 ຫາ 14 ກັນຍາ ແລະ ຢ້ຽມຢາມສັນຖະວະໄມຕີ ລາວ ຢ່າງເປັນທາງການແຕ່ວັນທີ 14 – 16 ກັນຍາ.

ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin
ຕາມແຈ້ງການອອກວັນທີ 07 ກັນຍາ ຂອງສະພາແຫ່ງຊາດ ກຳປູເຈຍ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກຳປູເຈຍ ໂດຍທ່ານປະທານ Heng Samrin ນຳໜ້າ ຈະໄປຢ້ຽມຢາມສັນຖະວະໄມຕີ ຫວຽນາມ ຢ່າງເປັນທາງການ ແຕ່ວັນທີ 12 ຫາ 14 ກັນຍາ ແລະ ຢ້ຽມຢາມສັນຖະວະໄມຕີ ລາວ ຢ່າງເປັນທາງການແຕ່ວັນທີ 14 – 16 ກັນຍາ. ການຢ້ຽມຢາມຄັ້ງນີ້ ຖືກຈັດຂຶ້ນຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ກຳປູເຈຍ ກັບ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ.
(ແຫຼ່ງຄັດຈາກ VOV)