ຂ່າວສານ

ປະ​ທານ​ສະ​ພາ​ຕ່ຳ​ ສ.ອິນ​ເດຍ Om Birla ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນີ້ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທຳອິດ, ນັບແຕ່ເວລາທ່ານ Om Birla ດຳລົງຕຳແໜ່ງເປັນປະທານສະພາຕ່ຳສ.ອິນເດຍ ໃນເດືອນມິຖຸນາ ປີ 2019.

ນີ້ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທຳອິດ, ນັບແຕ່ເວລາທ່ານ Om Birla ດຳລົງຕຳແໜ່ງເປັນປະທານສະພາຕ່ຳສ.ອິນເດຍ ໃນເດືອນມິຖຸນາ ປີ 2019. 

    

ທ່ານປະທານສະພາຕ່ຳສ.ອິນເດຍ Om Birla ແລະ ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ທ່ານປະທານສະພາຕ່ຳສ.ອິນເດຍ Om Birla ແລະ ຄະນະຜູ້ແທນລັດຖະສະພາ ສ.ອິນເດຍ ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 19 – 21 ເມສາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ. ນີ້ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທຳອິດ, ນັບແຕ່ເວລາທ່ານດຳລົງຕຳແໜ່ງເປັນປະທານສະພາຕ່ຳສ.ອິນເດຍ ໃນເດືອນມິຖຸນາ ປີ 2019. ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຂອງທ່ານປະທານສະພາຕ່ຳ ອິນເດຍ Om Birla ແລະ ຄະນະຜູ້ແທນລັດຖະສະພາ ອິນເດຍ ໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ອິນເດຍ ພວມມີການພັດທະນາຢ່າງດີງາມ, ຢັ້ງຢືນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການພົວພັນທີ່ສະໜິດສະໜົມ, ໃກ້ຊິດລະຫວ່າງສອງປະເທດເວົ້າລວມ, ສະພາແຫ່ງຊາດສອງປະເທດເວົ້າສະເພາະ. ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວ ການເມືອງ ການທູດ ທີ່ສຳຄັນ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ອິນເດຍ ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ຫວຽດນາມ - ອິນເດຍ (1972 - 2022). ການຢ້ຽມຢາມເພື່ອແນໃສ່ເປົ້າໝາຍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ, ສືບຕໍ່ຮັກສາການແລກປ່ຽນຄະນະການນຳຂັ້ນສູງລະຫວ່າງສອງປະເທດ ເວົ້າລວມ, ລະຫວ່າງສອງອົງການນິຕິບັນຍັດສອງປະເທດ ເວົ້າສະເພາະ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນຂອບເຂດຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳອິນເດຍ ເຊິ່ງລົງນາມໃນເດືອນ ທັນວາ ປີ 2016.

(ແຫຼ່ງຄັດຈາກ VOV)


top