ຂ່າວສານ

ປະ​ທານ​ສະ​ພາ ເອີ​ລົບ ສະ​ເໜີ​ຂໍ້​ລິ​ເລີ່ມ​ຊຸກ​ຍູ້ ຢູ​ແກຼນ ເຂົ້າ​ເປັນ​ສະ​ມາ​ຊິກ ອີ​ຢູ

ຢູແກຼນ ແລະ ໂມນໂດວາ ໄດ້ຮັບລະບຽບຂໍ້ກຳນົດສະໝັກເລືອກຕັ້ງຂອງ ອີຢູ ແຕ່ເດືອນມິຖຸນາ ປີ 2022, ຊື່ງແມ່ນການກະທຳທີ່ຖືກຖືວ່າ ມີລັກສະນະເປັນສັນຍາລັກແຫ່ງການສະໜັບສະໜູນ ໃນສະພາບການເກີດຄວາມເຄັ່ງຕຶງກັບ ລັດເຊຍ.
ທ່ານ Antonio Costa ປະທານສະພາ ເອີລົບ (ພາບ: THX/TTXVN)

ວັນທີ 29 ກັນຍາ, ຕາມໜັງສືພິມ The Politico ແລ້ວ, ທ່ານ Antonio Costa ປະທານສະພາ ເອີລົບ ໄດ້ສະເໜີຫັນວິວັດການປ່ອນບັດໃນ ອີຢູ ໃຫ້ເປັນງ່າຍດາຍ ເພື່ອແນໃສ່ຊຸກຍູ້ວິວັດການ ເຂົ້າເປັນສະມາຊິກກຸ່ມອີຢູຂອງ ຢູແກຼນ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ຮູງກາຣີ. ທ່ານ Costa ພວມຊອກຫາການສະໜັບສະໜູນຂອງບັນດາປະເທດສະມາຊິກ ເພື່ອຜ່ອນຜັນລະບຽບການຮັບ ຢູແກຼນ ແລະ ໂມນໂດວາ ເຂົ້າເປັນສະມາຊິກກ່ອນທີ່ກອງປະຊຸມສຸດຍອດສຳຄັນຂອງ ອີຢູ ຢູ່ Copenhagen ປະເທດ ແດນມາກ ຈະຈັດຂຶ້ນໃນອາທິດນີ້.

ຢູແກຼນ ແລະ ໂມນໂດວາ ໄດ້ຮັບລະບຽບຂໍ້ກຳນົດສະໝັກເລືອກຕັ້ງຂອງ ອີຢູ ແຕ່ເດືອນມິຖຸນາ ປີ 2022, ຊື່ງແມ່ນການກະທຳທີ່ຖືກຖືວ່າ ມີລັກສະນະເປັນສັນຍາລັກແຫ່ງການສະໜັບສະໜູນ ໃນສະພາບການເກີດຄວາມເຄັ່ງຕຶງກັບ ລັດເຊຍ.


top